
ງານສັບປະດາດິຈິຕອນ 2025 (Digital Week) ຈະຈັດຂຶ້ນໃນລະຫວ່າງວັນທີ 02-06 ເມສາ 2025, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ: “ພັດທະນາໂຄງລ່າງພື້ນຖານດິຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ” ຫຼື ເປັນພາສາອັງກິດ ແມ່ນ “Building Resillience and Sustainable Digital Infrastructure for Lao PDR” ຊຶ່ງມີຈຸດປະສົງເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມດິຈິຕອນ ຂອງ ສປປ ລາວ; ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳທາງດ້ານ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ; ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນ ງານແຂ່ງຂັນ ASEAN ICT Award 2025; ແລະ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ໃຫ້ປາກົດຜົນເປັນຈິງ.
ຂ່າວສານການເຄື່ອນໄຫວ
ຕິດຕາມຂ່າວສານຫຼ້າສຸດໄດ້ຢ່າງວ່ອງໄວ ແລະ ທັນໃຈ,
ຈາກ ງານສັບປະດາດິຈິຕອນລາວ.