ຈາກຈິນຕະນາການ ສູ່ ສິລະປະການອອກແບບກາໝາຍ ສັບປະດາດິຈິຕອນ ລາວ (ເລີ່ມ 2022)

ຄວາມໝາຍ

💡

ເພື່ອຫັນເປັນດິຈິຕອນຢ່າງເຕັມຮູບແບບ ສິ່ງທີ່ສໍາຄັນທີ່ສຸດກໍຄື ຜູ້ຄົນ. ດອກຈໍາປາ ເປັນສັນຍາລັກທີ່ພົ້ນເດັ່ນ ໝາຍເຖິງ ດອກໄມ້ປະຈໍາຊາດລາວ, ເຊັ່ນດຽວກັນ ກໍໝາຍເຖິງ ປະຊາຊົນບັນດາເຜົ່າ ໜຸ່ມນ້ອຍຊາວໜຸ່ມຜູ້ຫ້າວຫັນ ເປັນບຸກຄະລາກອນແຖວໜ້າ ເປັນກະດູກສັນຫຼັງຂອງຊາດ ທີ່ພ້ອມປະຕິບັດ 9 ເປົ້າໝາຍໃຫຍ່ ໃນການພັດທະນາເຕັກໂນໂລຊີ ແລະ ການສື່ສານ ຂອງຊາດລາວ; ເຊິ່ງວຽກງານຫັນເປັນທັນສະໄໝ ບໍ່ແມ່ນ ວຽກສະເພາະຂອງຂະແໜງການໃດໜຶ່ງ ແຕ່ຫາກເປັນ ວຽກລວມຂອງທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ, ເປັນວຽກງານທົ່ວສັງຄົມ ທັງພາກລັດ ແລະ ເອກະຊົນ ຕ້ອງລິເລີ່ມ ໂດຍອີງຕາມ 3 ເສົາຄໍ້າຫຼັກໃນການຫັນເປັນດິຈິຕອນ ກໍຄື ສັງຄົມດິຈິຕອນ, ເສດຖະກິດດິຈິຕອນ, ແລະ ລັດຖະບານດິຈີຕ໋ອນ ເພື່ອກ້າວເຂົ້າສູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຄວາມຈະເລີນຮຸ່ງເຮືອງທາງດ້ານ ເຕັກໂນໂລຊີດິຈິຕອນທີ່ທັນສະໄໝ, ພ້ອມເດີນຂ້າງກັບສາກົນຄຽງບ່າຄຽງໄຫຼ່ກັນໄປ ບໍ່ຖິ້ມໃຜໄວ້ທາງຫຼັງ.

 

ດອກຈໍາປາ

ດອກໄມ້ປະຈໍາຊາດ ເຊິ່ງເປັນສັນຍະລັກຂອງຊາດ, ສັງເກດຈາກທາງດ້ານລຸ່ມຊ້າຍມື ລວມມີທັງໝົດ 9 ດອກ ໝາຍເຖິງ 9 ເປົ້າໝາຍໃຫຍ່ ໃນແຜນພັດທະນາ ເຕັກໂນໂລຊີ ແລະ ການສື່ສານ ທີ່ປະຊາຊົນລາວບັນດາເຜົ່າທັງຊາດ ທຸກພາກສ່ວນຮ່ວມມືຮ່ວມແຮງໃຈກັນຜັກດັນ ໃນການຫັນເປັນດິຈິຕອນ ໃຫ້ປາກົດຜົນເປັນຈິງ

ສາຍດິຈິຕອນ

ເສັ້ນສາຍທີ່ໃຊ້ລະຫັດໄບນາລີ ໃນການຮັບ-ສົ່ງຂໍ້ມູນທາງດິຈິຕອນ ເປັນສັນຍະລັກໜຶ່ງທີ່ບົ່ງບອກທາງດ້ານເຕັກໂນໂລຊີ ແລະ ການສື່ສານ

3 ເສົາຄໍ້າ ການຫັນເປັນ ດິຈິຕອນ

  • ສັງຄົມ ດິຈິຕອນ (Digital Society)
  • ເສດຖະກິດ ດິຈິຕອນ (Digital Economy)
  • ລັດຖະບານ ດິຈິຕອນ (Digital Government)

ລ າ ວ

ໝາຍເຖິງ ປະເທດບ້ານເກີດເມືອງຂອງພວກເຮົາ, ສ.ປ.ປ. ລາວ; ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນ, ຕັ້ງຢູ່ບົວໂມງທີ່ 7, ເສັ້ນຂະໜານ ທີ່ 14 — 23 ອົງສາເໜືອ ແລະ ເສັ້ນແວງ ທີ່ 100 - 108 ອົງສາ. ມີເນື້ອທີ່ທັງໝົດ 236.800 ກິໂລຕາແມັດ. ເປັນປະເທດດຽວໃນອາຊີຕາເວັນອອກສ່ຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ ເຊິ່ງພາກເໜືອມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ (2.069 ກິໂລແມັດ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ (1.835 ກິໂລແມັດ) ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ (236 ກິໂລແມັດ)

1 0

ໝາຍເຖິງ ເລກຖານສອງ 1 ແລະ 0 ຫຼື ເລກລະຫັດໄບນາລີ, ເຊິ່ງມີຄວາມໝາຍທີ່ສໍາຄັນທາງດິຈິຕອນ ເນື່ອງຈາກເປັນລະຫັດພື້ນຖານທາງຄະນິດສາດ ທີ່ໃຊ້ສື່ສານກັບລະບົບດິຈິຕອນ

D W

ໝາຍເຖິງ ສັບປະດາດິຈິຕອນ 'Digital Week'

2022

ປີຈັດງານ ສັບປະດາດິຈິຕອນ ຂອງ ສ.ປ.ປ. ລາວ ຄັ້ງປະຖົມມະລຶກ (ຄັ້ງທໍາອິດ)

 

ຮູບແບບ

ຮູບແບບ ຂອງກາໝາຍ ສັບປະດາ ດິຈິຕ໋ອນ ລາວ 2022 ທັງໝົດ 2 ຮູບແບບ

ຮູບແບບ ຂອງກາໝາຍ ສັບປະດາດິຈິຕອນ ລາວ 2022 ທັງໝົດ 2 ຮູບແບບ

 

ກາໝາຍ ມີ 2 ຮູບແບບ ອີງໃສ່ການໃຊ້ງານທີ່ແຕກຕ່າງກັນ ລວມມີ ຮູບແບບສີສັນ (ມາດຕະຖານເລີ່ມຕົ້ນ) ແລະ ຮູບແບບສີຂາວ. ເວົ້າລວມ ແຕ່ລະຮູບແບບສາມາດນໍາໃຊ້ໄດ້ ໃນໂລກຄວາມເປັນຈິງ ແລະ ໂລກອອນລາຍ. ເວົ້າສະເພາະ ສາມາດນໍາໃຊ້ ເທິງໜ້າຈໍ, ສື່ສິ່ງພິມ, ຜະລິດຕະພັນ ເນັ້ນສະເພາະເຈາະຈົງໃສ່ງານ “ສັບປະດາ ດິຈິຕ໋ອນ ລາວ 2022” ໂດຍເບິ່ງຄວາມເໝາະສົມທຸກຄັ້ງ.

ຖ້າເກີດຂໍ້ສົງໄສວ່າຄວນໃຊ້ຮູບແບບໃດ ໃຫ້ເລືອກໃຊ້ ຮູບແບບ ມາດຕະຖານເລີ່ມຕົ້ນ ທີ່ເໝາະແກ່ການນໍາໃຊ້ທົ່ວໄປທຸກປະເພດ.

 

 

📂
ກາໝາຍຄຸນະພາບຕົ້ນສະບັບ

 


ຕິດຕໍ່ສອບຖາມ

ອະນຸກໍາມະການຂໍ້ມູນຂ່າວສານ ແລະ ສື່ມວນຊົນ
ກະຊວງ ເຕັກໂນໂລຊີ ແລະ ການສື່ສານ
bnc32vq2@duck.com
 


© 2022 ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ