ສັບປະດາດິຈິຕອນລາວ
ງານສັບປະດາດິຈິຕອນ (Digital Week) ແມ່ນງານມະຫາກຳທາງດ້ານເຕັກໂນໂລຊີ ແລະ ການສື່ສານ; ມີຈຸດປະສົງເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມດິຈິຕອນ ຂອງ ສປປ ລາວ; ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳທາງດ້ານ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ; ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນ ງານແຂ່ງຂັນ ASEAN ICT Award; ແລະ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາເສດຖະກິດດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ໃຫ້ປາກົດຜົນເປັນຈິງ.
ຂ່າວສານການເຄື່ອນໄຫວ
ຕິດຕາມຂ່າວສານຫຼ້າສຸດໄດ້ຢ່າງວ່ອງໄວ ແລະ ທັນໃຈ,
ຈາກ ງານສັບປະດາດິຈິຕອນລາວ.