ການແຂ່ງຂັນ Data Science Hackathon

14/01/2024

ການແຂ່ງຂັນ Data Science Hackathon

ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ໄດ້ຈັດການແຂ່ງຂັນ Data Science Hackathon Lao, ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມສັກ ອິນທະສອນ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ, ບັນດາທ່ານໃນອະນຸກໍາມະການຈັດການແຂ່ງຂັນ, ແຂກຖືກເຊີນທີ່ກ່ຽວຂ້ອງ ພ້ອມດ້ວຍທີມງານເຂົ້າຮ່ວມການແຂ່ງຂັນ.

ຈຸດປະສົງຂອງການແຂ່ງຂັນ Data Science Hackathon Lao ເປັນເວທີທີ່ນັກວິທະຍາສາດຂໍ້ມູນ (Data Scientist), ວິສະວະກອນການຮຽນຮູ້ຂອງຄອມພິວເຕີ (ML Engineer), ວິສະວະກອນ MLOps ແລະ ຜູ້ສົນໃຈທົ່ວໄປ ເຂົ້າຮ່ວມ ເພື່ອແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັນເປັນທີມ ຄິດຄົ້ນຫາວິທີການແກ້ໄຂບັນຫາ ດ້ານເສດຖະກິດ-ສັງຄົມຂອງ ລາວ ໃນ 5 ຂົງເຂດ ຄື ການສຶກສາ (Education), ການຂົນສົ່ງ (Logistics), ກະສິກໍາ ແລະ ຊົນລະປະທານ (Agriculture & Irrigation), ການຄ້າ (Commerce), ແລະ  ການທ່ອງທ່ຽວ (Tourism).

ຜົນການແຂ່ງຂັນ Data Science Hackathon Lao ຮອງຊະນະເລີດອັນດັບ 02 ໄດ້ແກ່ທີມ The Standard  ໄດ້ຮັບລາງວັນເປັນເງິນ ຈໍານວນ 2.000.000 ກີບ,  ຮອງຊະນະເລີດອັນດັບ 01 ໄດ້ແກ່ທີມ Power Pub Girl ໄດ້ຮັບລາງວັນເປັນເງິນ ຈໍານວນ 3.000.000 ກີບ, ລາງວັນຊະນະເລີດ ໄດ້ແກ່ທີມ GaaPook ໄດ້ຮັບລາງວັນເປັນເງິນ ຈໍານວນ 5.000.000 ກີບ. ພ້ອມນັ້ນ, ຍັງມີລາງວັນພິເສດ (the best social impact) ແມ່ນທີມ CEIT-IOT-AII ໄດ້ຮັບລາງວັນເປັນເງິນ ຈໍານວນ 1.000.000 ກີບ.

 

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ