ພິທີມອບລາງວັນ ກິດຈະກຳການແຂ່ງຂັນປິ່ນອ້ອມໃນງານສັບປະດາດິຈິຕອນລາວ ປີ 2024

13/01/2024

ພິທີມອບລາງວັນ ກິດຈະກຳການແຂ່ງຂັນປິ່ນອ້ອມໃນງານສັບປະດາດິຈິຕອນລາວ ປີ 2024

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີມອບລາງວັນ ໃຫ້ແກ່ຜູ້ຊະນະການແຂ່ງຂັນໃນງານ ສັບປະດາດິຈິຕອນລາວ ປີ 2024 ຢ່າງເປັນທາງການ ໃນວັນທີ 13 ມັງກອນ 2024 ນີ້ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຜູ້ຊີ້ນໍາວຽກງານ ສັບປະດາດິຈິຕອນລາວ ປີ 2024, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ທັງເປັນຫົວໜ້າອະນຸກໍາມະການຈັດການແຂ່ງຂັນ ແລະ ເວທີສໍາລັບທຸລະກິດສະຕາດອັບ ພ້ອມດ້ວຍທີມງານເຂົ້າຮ່ວມແຂ່ງຂັນ ແລະ ແຂກເຂົ້າຮ່ວມຢ່າງພ້ອມພຽງ.

ໃນການແຂ່ງຂັນບັນດາກິດຈະກຳປິ່ນອ້ອມ ສັບປະດາດິຈິຕອນລາວ ປີ 2024 ໄດ້ແບ່ງອອກເປັນ 5 ປະເພດໝວດການແຂ່ງຂັນ ຄື ໝວດພາກລັດ, ສາທາລະນະ, ໝວດພາກເອກະຊົນ, ໝວດຜະລິດຕະພັນ Start-Up, ໜວດນັກສຶກສາ, ແນວຄວາມຄິດສ້າງສັນ, ແລະ ການແຂ່ງຂັນ Hacking Challenge.

ສຳລັບຜົນງານແຂ່ງຂັນແມ່ນ ຮອງຊະນະເລີດ ອັນດັບ 02 ປະກອບທັງ 5 ໝວດການແຂ່ງຂັນ ໝວດພາກລັດ, ສາທາລະນະ ໄດ້ແກ່ ທີມລະບົບຖານຂໍ້ມູນການທ່ອງທ່ຽວແບບເອເລັກໂຕຼນິກ ຂອງ ສປປ ລາວ ຈາກສະຖາບັນ ຄົ້ນຄວ້າອັດສະລິຍະ; ໝວດພາກເອກະຊົນ ໄດ້ແກ່ທີມ Loudchat ຈາກ ບໍລິສັດ ສິຣິຈະເລີນໄຊ ຈໍາກັດຜູ້ດຽວ; ໝວດຜະລິດຕະພັນ Start-Up ໄດ້ແກ່ທີມ LaoVibes ຈາກ ບໍລິສັດ ອານັນຊັບ ຈໍາກັດ; ໝວດນັກສຶກສາ, ແນວຄວາມຄິດສ້າງສັນ ໄດ້ແກ່ທີມ Sangsai application ທ້າວ ພຸດທະສອນ ຈັນທະວົງສາ ແລະທີມງານ; ແລະ ການແຂ່ງຂັນ Hacking Challenge ໄດ້ແກ່ທີມ CS_ERROR404 ໃຫ້ກຽດຂຶ້ນມອບລາງວັນໂດຍ ທ່ານ ຄໍາຫຼ້າ ສູນນະລັດ, ຫົວໜ້າອະນຸກໍາມະການຈັດການແຂ່ງຂັນ, ຫົວໜ້າກົມຄວາມປອດໄພໄຊເບີ.

ລາງວັນຮອງຊະນະເລີດ ອັນດັບ 01 ໃນ 5 ໝວດການແຂ່ງຂັນ ໝວດພາກລັດ, ສາທາລະນະ ໄດ້ແກ່ທີມ ລະບົບອອກໃບອະນຸຍາດດ້ານໄອຊີທີ (TCAP) ຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ອຸດົມໄຊ; ໝວດພາກເອກະຊົນ ໄດ້ແກ່ທີມ Laos Health ຈາກ ບໍລິສັດ ສະຕາໂທລະຄົມຈໍາກັດ; ໝວດຜະລິດຕະພັນ Start-Up ໄດ້ແກ່ທີມ ຄິດຮອດ ຈາກ ບໍລິສັດ ຄິດຮອດ.ລາ; ໜວດນັກສຶກສາ, ແນວຄວາມຄິດສ້າງສັນ ໄດ້ແກ່ທີມ Preppath ຈາກ ທ້າວ ທິລະເດດ ຄໍາຮຸ່ງ ແລະທີມງານ; ແລະ ການແຂ່ງຂັນ Hacking Challenge ໄດ້ແກ່ທີມ Nissan ໃຫ້ກຽດມອບລາງວັນໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ລາງວັນຊະນະເລີດ ໃນການແຂ່ງຂັນ 5 ໝວດຄື: ໝວດພາກລັດ, ສາທາລະນະ ໄດ້ແກ່ທີມ ລະບົບຄັງສໍາເນົາເອກະສານແບບເອເລັກໂຕຼນິກ (E-Book) ຈາກ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ; ໝວດພາກເອກະຊົນ ໄດ້ແກ່ທີມ ewent.la ຈາກ ບໍລິສັດ HOD Media ຈໍາກັດຜູ້ດຽວ; ໝວດຜະລິດຕະພັນ Start-Up ໄດ້ແກ່ທີມ EASY Gold by Khamphouvong ຈາກ ບໍລິສັດ KPV Group; ໝວດນັກສຶກສາ, ແນວຄວາມຄິດສ້າງສັນ ໄດ້ແກ່ທີມ 4B for Bussiness ຈາກ ທ້າວ ໄຊວິລິຍະ ວັນນະວົງ ແລະທີມງານ; ແລະ ການແຂ່ງຂັນ Hacking Challenge ໄດ້ແກ່ທີມ ນໍ້າຫວານລວມມິດ ໃຫ້ກຽດມອບລາງວັນໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ