ກອງປະຊຸມສໍາມະນາ ວຽກງານຄຸ້ມຄອງ ການຫັນເປັນດິຈິຕອນ, ເຕັກໂນໂລຊີ ແລະ ການສື່ສານ ພຕສ 18 ແຂວງ ທົ່ວປະເທດ

13/01/2024

ກອງປະຊຸມສໍາມະນາ ວຽກງານຄຸ້ມຄອງ ການຫັນເປັນດິຈິຕອນ, ເຕັກໂນໂລຊີ ແລະ ການສື່ສານ ພຕສ 18 ແຂວງ ທົ່ວປະເທດ

ສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ວຽກງານ​ຄຸ້ມຄອງ ການຫັນເປັນດິຈິຕອນ, ວຽກ​ງານ​ເຕັກ​ໂນ​ໂລ​ຊີ ແລະ ການສື່ສານ ໃນຕອນບ່າຍຂອງວັນທີ 13 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ ຊຶ່ງເປັນກິດຈະກຳໜຶ່ງປິ່ນອ້ອມໃນງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງ ທ່ານ ປອ. ສັນຕິສຸກ ສິມມາລາລົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະສູນ, ຄະນະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ ນະຄອນຫຼວງ ແລະ ພະນັກງານຈາກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບພາລະບົດບາດ, ໜ້າທີ່ ການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕອນ, ວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ. ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງນີ້ ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ ຊຶ່ງໄດ້​ນຳ​ສະ​ເໜີ ກ່ຽວ​ກັບ​ການ​ສົ່ງ​ເສີມ​ສ້າງ​ເສດ​ຖະ​ກິດດິຈິຕອນ (Digital Economy), ການສົ່ງເສີມລັດຖະບານດິຈິຕອນ (Digital Government) ແລະ ການສົ່ງເສີມສັງຄົມດິຈິຕອນ (Digital Society), ການສົ່ງເສີມສະຕາດອັບ (Start-Up) ຫຼືທຸລະກິດລິເລີ່ມ, ການຄຸ້ມຄອງເຕັກໂນໂລຊີ ແລະ ນະວັດຕະກໍາ, ການຄຸ້ມຄອງ ແລະ ພັດທະນາເຕັກໂນໂລຊີດິຈິຕອນ, ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ແຫ່ງ​ຊາດ ແລະ ລະ​ບົບ​ໂຄງ​ລ່າງ​ພື້ນ​ຖານ, ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ, ການຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ທີ່ມາຈາກບັນດາກົມ/ ທຽບເທົ່າ ພາຍໃນກະຊວງ ເພື່ອນຳສະເໜີ ແລະ ເຜີຍແຜ່ໃຫ້ແກ່ບັນດາພະແນກ ແຂວງ/ ນະຄອນຫຼວງ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະວຽກງານ ການຫັນເປັນດິຈິຕອນ ໃຫ້ບັນລຸຕາມແຜນຍຸດທະສາດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນສົນທະນາຄຳຄິດເຫັນລະຫວ່າງ ນັກວິທະຍາກອນ ແລະ ນັກສຳມະນາກອນ ເພື່ອເສີມສ້າງວຽກງານ​ຄຸ້ມຄອງ ການຫັນເປັນດິຈິຕອນ, ວຽກ​ງານ​ເຕັກ​ໂນ​ໂລ​ຊີ ແລະ ການສື່ສານ ຕື່ມອີກ; ຊຶ່ງການຈັດຕັ້ງຜັນຂະຫຍາຍວຽກງານ ການຫັນເປັນດິຈິຕອນ ແມ່ນພາລະບົດບາດຫຼັກຂອງ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທີ່ຈະຕ້ອງເປັນຜູ້ນຳໜ້າໃນການຂັບເຄື່ອນວຽກງານດັ່ງກ່າວ ແລະ ທັງໄດ້ຊຸກຍູ້ສົ່ງເສີມໃຫ້ຂະແໜງການອື່ນພາຍໃນແຂວງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດໃນການຫັນເປັນດິຈິຕອນ ໃນທຸກຂົງເຂດວຽກງານ.

 

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ