ກອງປະຊຸມສໍາມະນາ ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ

12/01/2024

ກອງປະຊຸມສໍາມະນາ ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ

ໃນຕອນເຊົ້າຂອງວັນທີ 12 ມັງກອນ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ” ຂຶ້ນທີ່ ຫໍປະຊຸມແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽງຈັນ ໃນໂອກາດດໍາເນີນງານສັບປະດາດິຈິຕອນລາວ ປີ 2024 ໃນລະຫວ່າງວັນທີ 10-14 ມັງກອນນີ້. ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ ຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ພວງປະເສີດ ແກ້ວສຸວັນ ເລຂາ ຄຊປປລ ກຕສ, ຊຶ່ງມີ ຄຊປປລ ກະຊວງ, ອົງການ, ແຂວງ/ ນະຄອນຫຼວງ, ມີບັນດາຄະນະຮາກຖານ/ ຄະນະໜ່ວຍ ອ້ອມຂ້າງກະຊວງ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 300 ກວ່າ ສະຫາຍ.

ໂອກາດກ່າວເປີດກອງປະຊຸມຄັ້ງນີ້, ສະຫາຍ ບັນດິດ ສຈ.ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ ຊາວໜຸ່ມຄືອະນາຄົດຂອງປະເທດຊາດ, ຊາວໜຸ່ມເປັນກຳລັງແຮງໃນການພັດທະນາເສດຖະກິດ-ສັງຄົມຂອງທຸກໆປະເທດ, ຊາວໜຸ່ມລາວໃນເມື່ອກ່ອນ ໄດ້ເປັນກຳລັງປະກອບອາວຸດ ເສຍສະຫຼະເລືອດເນື້ອ ແລະ ຊີວິດເພື່ອປົດປ່ອຍປະເທດຊາດເຮົາອອກຈາກຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ຈົນສາມາດສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ສະນັ້ນ, ຊາວໜຸ່ມລາວໃນຍຸກປັດຈຸບັນ ຈະຕ້ອງສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດເຮົາໃຫ້ຈະເລີນຮຸ່ງເຮືອງ. ທ່ານ ປະທານ ໄກສອນ ໄດ້ສັ່ງສອນໄວ້ວ່າ “ຊາວໜຸ່ມຈົ່ງເປັນດັ່ງນັກຮົບອິນຊີທີ່ບໍ່ຫວາດຫວັ່ນຕໍ່ພາຍຸລົມແດງ, ຊາວໜຸ່ມຈົ່ງເປັນສິນໄຊຂອງຍຸກສະໄໝ” ນີ້ເປັນຄຳເວົ້າອັນສັກກະລະບູຊາ ຊຶ່ງຊາວໜຸ່ມລາວຈະຕ້ອງໄດ້ຈັດຕັ້ງປະຕິບັດ. ໃນຍຸກປັດຈຸບັນນີ້ ແມ່ນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ຫຼືຍຸກອຸດສາຫະກໍາ 4.0 ກຳລັງເປັນພາຍຸລົມແດງພັດຜ່ານໄປທົ່ວໂລກ, ຍຸກນີ້ແມ່ນຍຸກແຫ່ງການຫັນເປັນດິຈິຕອນ ໝາຍຄວາມວ່າ ແມ່ນຍຸກແຫ່ງການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນທຸກຂົງເຂດວຽກງານຂອງສັງຄົມເພື່ອຫັນປ່ຽນຈິນຕະນາການ, ຫັນປ່ຽນແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນດີກວ່າເກົ່າ, ມີຄຸນນະພາບດີຂຶ້ນກວ່າເກົ່າ. ສະນັ້ນ, ຊາວໜຸ່ມລາວຈະຕ້ອງໄດ້ພ້ອມກັນຕັດສິນໃຈຮ່ຳຮຽນຄົ້ນຄວ້າເພື່ອສ້າງທັກສະດິຈິຕອນໃຫ້ສາມາດເປັນເຈົ້າເຕັກໂນໂລຊີດິຈິຕອນໃນທຸກຂົງເຂດວຽກງານ, ຕ້ອງຮຽນຮູ້ວິຊາຊີບໃໝ່ ເຊັ່ນ ການຄຸ້ມຄອງ ແລະ ນຳໃຊ້ຖາມຂໍ້ມູນມະຫາສານ (big data), ການພັດທະນາກຸ່ມຂໍ້ມູນຜູກພັນ (Blockchain), ນໍາໃຊ້ປັນຍາປະດິດ (A.I.), ວິສະວະກໍາພັນທຸກໍາ, ນາໂນເຕັກໂນໂລຊີ; ຊຶ່ງເປັນເຕັກໂນໂລຊີໃນຍຸກສະໄໝ 4.0 ເພື່ອຫັນເປັນດິຈິຕອນ ນີ້ແມ່ນວິຊາຄວາມຮູ້ຂອງ ສັງສິນໄຊ ໃນຍຸກສະໄໝໃໝ່. ຍ້ອນແນວນັ້ນ ມື້ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດເວທີສຳມະນານີ້ຂຶ້ນເປັນຄັ້ງທຳອິດ ເພື່ອເປັນສຽງແກຕະລຸມບອນປຸກລະດົມຊາວໜຸ່ມລາວໃນທົ່ວປະເທດຈົ່ງລຸກຂຶ້ນມາສຶກສາຮ່ຳຮຽນ ລົບລ້າງໄພກືກດິຈິຕອນ, ສ້າງທັກສະດິຈິຕອນໃຫ້ເຂັ້ມແຂງ ເພື່ອເປັນກຳລັງແຮງຕົ້ນຕໍໃນການຫັນເປັນດິຈິຕອນຂອງປະເທດເຮົາ. ນີ້ເປັນພາລະກຳປະຫວັດສາດທີ່ພັກ-ລັດ ມອບໝາຍໃຫ້ຊາວໜຸ່ມລາວ ໃນການສືບທອດພາລະກິດປະຕິວັດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນໂອກາດທີ່ຈະນຳເອົາປະເທດເຮົາຫຼຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ນີ້ແມ່ນພາລະໜ້າທີ່ອັນມີກຽດສູງສົ່ງຂອງຊາວໜຸ່ມໃນຍຸກສະໄໝນີ້.

ພ້ອມດຽວກັນນັ້ນ, ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ມີຄໍາເຫັນຕໍ່ພິທີ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງການຫັນເປັນດິຈິຕອນ ແມ່ນມີຜົນດີຕໍ່ກັບຊາວໜຸ່ມ ຊຶ່ງໄດ້ອໍານວຍຄວາມສະດວກໃນການຕິດຕໍ່ສື່ສານແບບບໍ່ມີພົມແດນ, ບໍ່ວ່າຈະໄກກັນພຽງໃດກໍສາມາດຕິດຕໍ່ຫາກັນໄດ້ໄວທີ່ສຸດ. ນອນນັ້ນ, ຍັງນໍາໃຊ້ເຂົ້າໃນການພັດທະນາລະບົບບໍລິຫານ-ບໍລິການໃຫ້ເປັນທັນສະໄໝ.
ກອງປະຊຸມສໍາມະນາຄັ້ງນີ້ ປະກອບມີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ ການຫັນເປັນດິຈິຕອນ ເພື່ອພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ, ບາງບົດຮຽນການຫັນເປັນດິຈິຕອນ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການ ແລະແຂວງ, ຄວາມປອດໄພທາງດ້ານໄຊເບີ, ວິຖີຊີວິດຂອງຊາວໜຸ່ມລາວໃນຍຸກດິຈິຕອນ, ການສ້າງຂະບວນການຊົມໃຊ້ຜະລິດຕະພັນພາຍໃນປະເທດ, ການສ້າງສື່ຍຸກໃໝ່ ພິຊິດໃຈສັງຄົມ.

ໃນໂອກາດຽວກັນ, ກໍໄດ້ມີພິທີເຊັນບົດບັນທຶກ ວ່າດ້ວຍ ການຮ່ວມມື ດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດວຽກງານຊາວໜຸ່ມ-ເຍົາວະຊົນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອກໍານົດຂອບເຂດການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ຂອງທັງສອງຝ່າຍ ໃນການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ໃຫ້ກາຍເປັນນັກຄົ້ນຄວ້າ ແລະ ນັກພັດທະນາ ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ບົດບາດຄວາມສຳຄັນຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ ກັບການພັດທະນາເສດຖະກິດຂອງຊາດ. ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ກອງປະຊຸມສໍາມະນາດັ່ງກ່າວ ຈະໄດ້ດໍາເນີນໄປເປັນເວລາໜຶ່ງວັນຈຶ່ງຈະສຳເລັດ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ