ກຽມພົບກັບງານ ສັບປະດາດິຈິຕອນລາວ 2025 ທີ່ຈະມາເຖິງໃນເດືອນເມສາ 2025 ນີ້ !

14/02/2025

ກຽມພົບກັບງານ ສັບປະດາດິຈິຕອນລາວ 2025 ທີ່ຈະມາເຖິງໃນເດືອນເມສາ 2025 ນີ້ !

ກຽມພົບກັບງານ ສັບປະດາດິຈິຕອນລາວ 2025 ທີ່ຈະມາເຖິງໃນເດືອນເມສາ 2025 ນີ້ !

         ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຖະແຫຼງຂ່າວການຈັດງານສັບປະດາດິຈິຕອນລາວ (Lao Digital Week) ປະຈໍາປີ 2025 ຂຶ້ນໃນຕອນບ່າຍຂອງວັນທີ 14 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດຖະແຫຼງຂ່າວ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ,  ລັດຖະມົນຕີ​​ກະຊວງ​ ເຕັກໂນໂລຊີ ແລະ ການ​ສື່​ສານ, ຊຶ່ງມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ ພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍ  ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ X​I ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX  ຢ່າງເປັນຂະບວນຫ້າວຫັນຟົດຟື້ນ, ກະຊວງເຕັກໂນໂລຊີ ແລະ ການ​ສື່​ສານ ພາຍໃຕ້ ການຊີ້ນໍາ-ນໍາພາຂອງຄະນະລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ຈະໄດ້ຈັດງານ​ສັບ​ປະ​ດາດິຈິຕອນ (Lao Digital Week) ປະ​ຈຳ​ປີ 2025 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງ ພັກ ແລະ ລັດ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ  ຄົບຮອບ 50 ປີ ແລະ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈຸດປະສົງຂອງການຈັດງານສັບປະດາດິຈິຕອນ ຄັ້ງນີ້ແມ່ນ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ດິຈິຕອນ ຂອງ ສປປ ລາວ; ເພື່ອຊຸກຍູ້ສົ່ງເສີມ​ການນໍາໃຊ້ນະ​ວັດ​ຕະ​ກຳ ທາງດ້ານເຕັກ​ໂນ​ໂລ​ຊີການ​ສື່​ສານຂໍ້​ມູນ​ຂ່າວ​ສານ, ໂທລະຄົມມະນາຄົມ ແລະ ດິຈິຕອນ ​ທີ່​​ທັນ​ສະ​ໄໝເຂົ້າ​ໃນ​ທຸກ​ຂະ​ແໜງ​ການພັດທະນາ ເສ​ດ​ຖະ​ກິດ-ສັງ​ຄົມ ແຕ່​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ, ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ຜະ​ລິດ​ສິນ​ຄ້າ, ການ​ບໍ​ລິ​ການ ​ໃຫ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄວາມຫຼາກຫຼາຍສ້າງມູນ​ຄ່າ​ເພີ່ມ, ສາ​ມາດ​ແຂ່ງ​ຂັນ ​ໃນ​ຕະຫຼາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນ ງານແຂ່ງຂັນ ASEAN ICT Award 2025; ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025)  ແລະ ແຜນພັດທະນາເສດຖະກິດ ດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ໃຫ້ປາກົດຜົນເປັນຈິງ.

ງານສັບປະດາດິຈິຕອນ 2025 ຈະຈັດຂຶ້ນລະຫວ່າງ ວັນທີ 2-6 ເມສາ 2025, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ  ພັດທະນາໂຄງລ່າງພື້ນຖານດິຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ, Building Resillience and Sustainable Digital Infrastructure for Lao PDR”. ເປັນງານມະຫາກຳເຕັກໂນໂລຊີໄອຊີທີ ແລະ ດິຈິຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ກອງປະຊຸມລະດັບສູງ (High-Level Forum) ທີ່ໄດ້ເຊີນບັນດາການນໍາຂອງແຕ່ລະກະຊວງ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອ ປືກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ, ສ້າງສະພາບເວດລ້ອມໃນການອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ; ກອງປະຊຸມສຳມະນາ ກ່ຽວກັບ ການຫັນເປັນລັດຖະບານດິຈິຕອນ, ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດິຈິຕອນ, ສໍາມະນາອຸສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ​, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດິຈິຕອນ ແລະ ອື່ນໆ; ງານວາງສະແດງ ແລະ ການສາທິດ ຜົນສໍາເລັດ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ເປັນຜົນງານການຄົ້ນຄວ້າ ແລະ ປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth); ເວທີການພົບປະ (Networking), ສົນທະນາປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ; ກິດຈະກໍາການແຂ່ງຂັນ Lao ICT Awards 2025, ການແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ ROBOT competition, ການນໍາສະເໜີແນວຄວາມຄິດຂອງຜູ້ປະກອບການ Start-up ແລະ ນະວັດຕະກໍາ ຕ່າງໆ.

ງານສັບປະດາດິຈິຕອນຄັ້ງນີ້ ຈະເກີດຂຶ້ນໄດ້ກໍຍ້ອນໄດ້ຮັບການອຸປະຖໍາຈາກບັນດາຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ ຊຶ່ງໄດ້ຈັດລະດັບການອຸປະຖໍາເປັນ 4 ລະດັບ ຄື: 1) Diamond, 2) Platinum, 3) Gold ແລະ 4) Silver, ແຕ່ລະປະເພດຈະໄດ້ຮັບຮ້ານວາງສະແດງ, ສິ່ງອໍານວຍຄວາມສະດວກ, ສື່ໂຄສະນາ, ມີ Logo ໃນແຜ່ນປ້າຍຂອງງານ ແລະ ສິດທິພິເສດອີກຫຼາກຫຼາຍໃນງານ. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້. ສຳຫຼັບພາກລັດ, ສະຖາບັນການສືກສາແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງໂດຍບໍ່ໄດ້ຈ່າຍຄ່າ. ລາຍລະອຽດ ກ່ຽວກັບ ສິດທິພິເສດຂອງຜູ້ອຸປະຖໍາ ແລະ ຜູ້ເຂົ້າຮ່ວມງານນັ້ນ, ບັນດາ ທ່ານ ສາມາດຮັບເອົານໍາຄະນະຮັບຜິດຊອບ ຈັດງານຄັ້ງນີ້ ຫຼື ຮັບຜ່ານເວັບໄຊ ຂອງງານຄັ້ງນີ້.

ຕອນທ້າຍ, ທ່ານຍັງໄດ້ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການ ດ້ານໄອຊີທີ ແລະ ດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົາ ເຂົ້າຮ່ວມໃນງາ​ນດັ່ງກ່າວ ເພື່ອໂຄສະນາເຜີຍແຜ່ ແລະ ວາງສະແດງຜົນງານ ແລະ ຜະລີດຕະພັນ ຂອງຕົນ.

ນະໂອກາດນີ້, ຂໍສະແດງຄວາມຮູ້ບຸນຄຸນ ມາຍັງບັນດາຜູ້ນຳພັກ-ລັດ, ແລະ ບັນດາ ພາກສ່ວນທີ່ຕ່າງໆ ທີ່ໄດ້ໃຫ້ການຊີ້ນຳ-ນຳພາ ແລະ ສະໜັບສະໜູນ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ເຕັກໂນໂລຊີ ແລະ ການ​ສື່​ສານ ກໍຄືການຈັດງານໃນຄັ້ງນີ້ໃຫ້ສຳເລັດເປັນຢ່າງດີ ແລະ ຂໍອວຍພອນໃຫ້ບັນດາທ່ານ ຜູ້ນຳພັກ-ລັດ ແຂກຜູ້ມີກຽດທຸກໆທ່ານ, ບັນດາສື່ມວນຊົນ, ນັກຂ່າວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຄອບຄົວ.

ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek

ສື່ມວນຊົນ

ຈີລະນາ ທະວີໄຊ
+856 20 55 554 421
jirana@mtc.gov.la
ຊ່ອງທາງຕິດຕໍ່ຂອງ ງານສັບປະດາດິຈິຕອນລາວ
laodigitalweek@mtc.gov.la
ແສງທະວີ ຈະຕຸພອນໄຊ
+856 20 95 903 525
senthavy@mtc.gov.la

 


© 2025 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ດາວໂຫຼດກາໝາຍ

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto

for4d

situs toto

dana toto

situs toto

toto 4d

rokokbet

slot bet 200

toto 4d

situs toto

situs toto

situs toto

situs toto

situs toto

situs toto

situs toto

sbobet

situs toto

situs toto

situs toto

situs toto

situs toto

slot gacor 88

slot gacor 88/a>

situs toto

situs toto macau

situs togel

link situs toto

scatter hitam

toto togel 4d

https://al-fargoniy.uz/

toto togel

situs togel

situs togel

situs toto

slot dana

https://redgade.com/

slot gacor

https://isi-indonesia.org/

https://mydentalclique.com/

https://epodder.org/

slot gacor

situs toto

https://centresipd.com/

situs toto

situs toto

situs toto

toto macau

situs toto

situs toto

situs toto

slot88

situs toto

situs toto

situs toto

matauangslot

situs togel

slot paling gacor

toto slot

slot 777

slot88

https://acamvie.cm/

slot88

situs toto

situs toto

slot88

data macau