ສຳມະນາ ແລະ ສົນທະນາແລກປ່ຽນບົດຮຽນໃນຂົງເຂດທຸລະກິດສະຕາດອັບລາວ

13/01/2024

ສຳມະນາ ແລະ ສົນທະນາແລກປ່ຽນບົດຮຽນໃນຂົງເຂດທຸລະກິດສະຕາດອັບລາວ

ເພື່ອສົ່ງເສີມ ແລະ ພັດທະນາວຽກງານສະຕາດອັບລາວ (Start-Up) ຫຼືທຸລະກິດຮູບແບບລິເລີ່ມ ຕາມແຜນການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021~2025), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີການຈັດງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ຂຶ້ນທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ຊຶ່ງງານດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 10 ຫາ 14 ມັງກອນ 2024. ໃນວັນທີ 13 ມັງກອນ 2024 ທີ່ຫ້ອງປະຊຸມ N04 ນີ້ ໄດ້ມີ ເວທີສຳມະນາ ແລະ ສົນທະນາ ວຽກງານສະຕາດອັບລາວ ໂດຍການໃຫ້ກຽດເປັນປະທານ ກ່າວເປີດງານໂດຍ ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພທາງໄຊເບີ ລວມທັງເປັນຫົວໜ້າຄະນະຊີ້ນຳການແຂ່ງຂັນ ແລະ ສຳມະນາວຽກງານທຸລະກິດສະຕາດອັບໃນຄັ້ງນີ້.

ໃນງານສຳມະນາດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມນຳສະເໜີ ແລະ ແລກປ່ຽນບົດຮຽນດ້ານວຽກງານຈາກ ບໍລິສັດສະຕາດອັບ ເຊັ່ນ ທ່ານ ມົ້ງຄຳຜິວ ບຸນໂຮມພອນ ປະທານບໍລິສັດ ຄິດຮອດ.ລາ ໃນຫົວຂໍ້ “ເຄື່ອງມືທີ່ Start-Up ຄວນຮູ້ກ່ອນລິເລີ່ມ”; ທ່ານ ວັນນະພາ ສຸດທິວົງ ບໍລິສັດ ລາຍລາວແລັບ (Lailaolab ICT Solutions) ໃນຫົວຂໍ້ “ສະພາບການດຳເນີນທຸລະກິດສະຕາດອັບທົ່ວໂລກ ແລະ ສປປ ລາວ ໃນປີ 2024”; ທ່ານ ໄພປະດິດ ແກ້ວຫາວົງ ບໍລິສັດ Systory Co.,Ltd. ໃນຫົວຂໍ້ “ການສົ່ງເສີມ ແລະ ພັດທະນາຜະລິດຕະພັນ ທຸລະກິດຮູບແບບສະຕາດອັບ, SMEs ໃນ ສປປ ລາວ ໃຫ້ກາຍເປັນຜະລິດຕະພັນມີຄວາມເຂັ້ມແຂງ, ສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນທັງຕະຫຼາດພາຍໃນ ແລະ ຕ່າງປະເທດ”; ທ່ານ ເອກນາລິນ ສິລິຊັບ ບໍລິສັດ AMN Corporation ໃນຫົວຂໍ້ “ຄວາມແຕກຕ່າງ ແລະ ສິ່ງທ້າທາຍ ຂອງການດຳເນີນທຸລະກິດສະຕາດອັບ ໃນ ສປປ ລາວ ແລະ ໄທ.”

ໃນງານສຳມະນາດັ່ງກ່າວໄດ້ມີການແບ່ງປັນຄວາມຮູ້ ແລະ ປະສົບການ ຂອງຜູ້ປະກອບການຢ່າງເລິກເຊິ່ງ ແລະ ເປີດກວ້າງ ເຮັດໃຫ້ບັນດາແຂກທີ່ເຂົ້າຮ່ວມໄດ້ຮັບຄວາມຮູ້ ກ່ຽວກັບວຽກງານດັ່ງກ່າວຢ່າງເຕັມເມັດເຕັມໜ່ວຍ ແລະ ໄດ້ມີການສອບຖາມ, ແລກປ່ຽນບົດຮຽນຈາກບັນດາແຂກຜູ້ເຂົ້າຮ່ວມຢ່າງຟົດຟື້ນ. ນອກຈາກເວທີສຳມະນາແລ້ວ ຍັງມີເວທີສົນທະນາ, ມີນັກວິທະຍາກອນ ຈາກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມສົນທະນາແລກປ່ຽນປະສົບການ ແລະ ບົດຮຽນຕົວຈິງ ປະກອບມີ 2 ຫົວຂໍ້ ຄື “ທ່າແຮງທາງດ້ານການພັດທະນາ ລະບົບນິເວດສະຕາດອັບ ແລະ ການເຂົ້າເຖິງແຫຼ່ງທຶນຂອງ ສປປ ລາວ” ແລະ “ວິທີການສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການໜຸ່ມ ແລະ ຊຸກຍູ້ການຮ່ວມມື Start-Up ລະດັບພາກພື້ນ ຊຶ່ງໃນເວທີດັ່ງກ່າວໄດ້ມີການແລກປ່ຽນບົດຮຽນກັບນັກສຳມະນາກອນ ທີ່ຖືກເຊີນມາເປັນແຂກ ທາງດ້ານປະສົບການ, ຄວາມທ້າທາຍ ແລະ ຜົນສຳເລັດໃນການດຳເນີນທຸລະກິດ ຈາກທັງພາຍໃນ ແລະ ຕ່າງປະເທດ.

 

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ