ລົງນາມການຮ່ວມມື ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ພັດທະນາວຽກງານຫັນເປັນດິຈິຕອນ

12/01/2024

ລົງນາມການຮ່ວມມື ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ພັດທະນາວຽກງານຫັນເປັນດິຈິຕອນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາວຽກງານຫັນເປັນທັນສະໄໝ (ຫັນເປັນດິຈິຕອນ) ໃນຕອນແລງວັນທີ 12 ມັງກອນ 2024 ໃຫ້ກຽດລົງນາມໂດຍທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ຕາງໜ້າຄະນະສູນກາງຊາວໜຸ່ມ, ຕາງໜ້າກຳມະບານ ແລະ ບໍລິສັດລັດວິສາຫະກິດ ອ້ອມຂ້າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສູນກາງສະຫະພັນແມ່ຍິງລາວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືຂອງທັງສອງຝ່າຍ ໃນການສ້າງການພົວພັນຮ່ວມມື ແລະ ສ້າງກົນໄກການປະສານງານ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ການຫັນເປັນທັນສະໄໝ (ຫັນເປັນດິຈິຕອນ) ໂດຍສະເພາະແມ່ນວຽກງານສະຫະພັນແມ່ຍິງລາວເພື່ອສາມາດເຊື່ອມໂຍງບັນດາຂໍ້ມູນຕ່າງໆ ໄດ້ຢ່າງວ່ອງໄວ, ທັນເວລາ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອສາມາດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ-ເດັກນ້ອຍ ແລະ ພັດທະນາແມ່ຍິງລາວ ໃນຂອບເຂດທົ່ວປະເທດ ໃຫ້ກາຍເປັນແມ່ຍິງດິຈິຕອນ (ບຸກຄະລາກອນດິຈິຕອນ) ໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດ ທີ່ແນ່ນອນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ທັນສະໄໝ ແລະ ສາມາດລຶບລ້າງ ໄພກືກດິຈິຕອນ, ສ້າງຄວາມເຂັ້ມແຂງວຽກອົງການຈັດຕັ້ງມະຫາຊົນ ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ແຜນພັດທະນາການຫັນເປັນດິຈິຕອນ 3 ເສົາຄໍ້າ ລັດຖະບານດິຈິຕອນ, ສັງຄົມດິຈິຕອນ ແລະ ເສດຖະກິດດິຈິຕອນ; ສາມາດຕອບສະໜອງໄດ້ຕາມແນວທາງນະໂຍບາຍຂອງພັກ, ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ.

 

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ