ກອງປະຊຸມສໍາມະນາ ຄວາມປອດໄພດ້ານເຕັກໂນໂລຊີດິຈິຕອນສໍາລັບພາກລັດ ແລະ ທຸລະກິດ

11/01/2024

ກອງປະຊຸມສໍາມະນາ ຄວາມປອດໄພດ້ານເຕັກໂນໂລຊີດິຈິຕອນສໍາລັບພາກລັດ ແລະ ທຸລະກິດ

ກອງປະຊຸມສຳມະນາ ໃນຫົວຂໍ້ ຄວາມປອດໄພດ້ານເຕັກໂນໂລຊີດິຈິຕອນສຳລັບພາກລັດ ແລະ ທຸລະກິດ (The Cyber Security for Public and Private Sector) ແມ່ນໜຶ່ງກິດຈະກໍາຂອງງານ ສັບປະດາດິຈິຕອນລາວ ປີ 2024, ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ ຊຶ່ງຈັດໂດຍ ອະນຸກຳມະການຈັດການແຂ່ງຂັນ ແລະ ເວທີທຸລະກິດສະຕາດອັບ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Fortinet ພາຍໃຕ້ການເປັນປະທານຮ່ວມກ່າວເປີດງານໂດຍ ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປະຖົມ ສຸກສະຖິດ ຫົວໜ້າຝ່າຍບໍລິຫານ ລະຫວ່າງ ປະເທດກໍາປູເຈຍ ມຽນມາ ແລະ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ທຸລະກິດ ຫຼາຍກວ່າ 60 ທ່ານ.

ຈຸດປະສົງ ແມ່ນການແລກປ່ຽນຂໍ້ມູນຂ່າວສານທາງດ້ານນິຕິກຳໃນການຄຸ້ມຄອງວຽກງານຄວາມປອດໄພທາງໄຊເບີ, ການນຳສະເໜີເຕັກໂນໂລຊີເຄືອຂ່າຍຄວາມປອດໄພ, ແນວໂນ້ມຂອງປັນຍາປະດິດ (A.I.) ທີ່ອາດຈະສົ່ງຜົນກະທົບທາງໄຊເບີໃນປີ 2024 ແລະ ມາດຕະການຮັບມືຕໍ່ໄພຂົ່ມຂູ່ໃນການຫັນເປັນດິຈິຕອນໄລຍະຕໍ່ໜ້າ.

ໃນວາລະກອງປະຊຸມສຳມະນາດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຫັນເຖິງສະພາບໄພຄຸກຄາມທາງໄຊເບີໃນໄລຍະຜ່ານມາ, ເຫດການໂຈມຕີທາງລະບົບເຄື່ອຂ່າຍຄອມພິວເຕີຂອງພາກລັດ ແລະ ເອກະຊົນດ້ວຍຫຼາຍຮູບແບບ ບໍ່ວ່າຈະເປັນການແຜ່ລະບາດຂອງໄວຣັສເມົາແວຣ໌ (Malware), ແຣນຊຳແວຣ໌ (Ransomware), ການຫຼອກລວງທາງອອນລາຍ, ການເຈາະລະບົບຖານຂໍ້ມູນ, ການເຈາະລະບົບເວັບເຊີຟເວີ ໂດຍສະເພາະແມ່ນກຸ່ມຄົນບໍ່ຫວັງດີນຳໃຊ້ປັນຍາປະດິດ (A.I.) ສ້າງໄວຣັສ ຫຼືປອມແປງໃຫ້ຂໍ້ມູນຕ່າງໆຄ້າຍຄືເຈົ້າຂອງຂໍ້ມູນ; ນອກຈາກນີ້ ກໍຍັງໄດ້ມີເວທີເສວະນາລະຫວ່າງນັກວິທະຍາກອນ ແລະ ສຳມະນາກອນ. ພ້ອມນັ້ນ, ນັກວິທະຍາກອນຈາກກົມຄວາມປອດໄພໄຊເບີ ຍັງໄດ້ນໍາສະເໜີໃຫ້ຮູ້ວ່າ ທາງກົມຄວາມປອດໄພໄຊເບີ ສຳເລັດການຮ່າງຍຸດທະສາດຄວາມປອດໄພທາງໄຊເບີແຫ່ງຊາດ ລໍຖ້າຜ່ານວາລະກອງປະຊຸມລັດຖະບານໃນໄວໆນີ້ ແລະ ຖ້າຫາກວ່າຍຸດທະສາດສະບັບນີ້ໄດ້ຮັບການຮອງຮັບຈາກລັດຖະບານແລ້ວ ກໍຈະເປັນເອກະສານອ້າງອີງໃນການຈັດຕັ້ງປະຕິບັດແຜນງານໂຄງການເພື່ອຕອບໂຕ້ໄພຄຸກຄາມທາງໄຊເບີ, ນອກນີ້ ທາງວິທະຍາກອນຈາກບໍລິສັດ Fortinet ກໍໄດ້ນຳສະເໜີ ການປັບປຸງ ຫຼືເພີ່ມໜ້າທີ່ຂອງອຸປະກອນ (FortinetGuard) ຊຶ່ງເປັນລະບົບກວດກາ ກັ່ນຕອງພຶດຕິກຳ ຫຼື ຂໍ້ມູນເຂົ້າ-ອອກ ຜ່ານລະບົບເຄືອຂ່າຍ ສາມາດດັກຈັບຂໍ້ມູນແປກປອມໄດ້ດີຂຶ້ນກວ່າເກົ່າ ແລະ ໃນຕອນທ້າຍຂອງກອງປະຊຸມສຳມະນາ ກໍຍັງຮັບຮູ້ວ່າ ການປົກປ້ອງຂໍ້ມູນຂອງບຸກຄົນ, ນິຕິບຸກຄົນ, ປົກປ້ອງລະບົບເຄືອຂ່າຍຄອມພິວເຕີ ກໍຄືເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ໃນຍຸກດິຈິຕອນ ແມ່ນຕ້ອງໄດ້ປັບປຸງ ແລະ ພັດທະນາຄຸນນະພາບ ດ້ານນິຕິກຳ ບຸກຄະລາກອນ ເຕັກໂນໂລຊີດິຈິຕອນ ເພື່ອໃຫ້ສາມາດຄຸ້ມຄອງ ແລະ ຮັບມືຕໍ່ກັບໄພຄຸກຄາມທາງໄຊເບີ ໃນໄລຍະນີ້ ແລະ ຕໍ່ໜ້າ ເພື່ອນຳໄປສູ່ການເຊື່ອມໂຍງເຊື່ອມຈອດທາງດິຈິຕອນຮ່ວມກັບພາກພື້ນ ແລະ ສາກົນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

 

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ