ຮອງນາຍົກລັດຖະມົນຕີ ມີຄໍາເຫັນຕໍ່ກອງປະຊຸມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023

11/01/2024

ຮອງນາຍົກລັດຖະມົນຕີ ມີຄໍາເຫັນຕໍ່ກອງປະຊຸມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023

ໃນການເຂົ້າຮ່ວມຮັບຟັງ ການສະຫຼຸບລາຍງານຜົນຂອງກອງປະຊຸມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ຊຶ່ງໄດ້ດໍາເນີນມາແຕ່ຕອນເຊົ້າຂອງວັນທີ 11 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ. ຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ ພ້ອມທັງໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງການເຄື່ອນໄຫວວຽກງານຂອງຂະແໜງການປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ເພື່ອຮັບການຈັດຕັ້ງປະຕິບັດທັງວຽກງານຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ຄະນະນຳແຕ່ລະຂັ້ນ ແລະ ພະນັກງານລັດຖະກອນທຸກຄົນ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ ແລະ ເນັ້ນໃສ່ບາງວຽກທີ່ສຳຄັນ ຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ ຍົກສູງບົດບາດການຄຸ້ມຄອງມະຫາພາກ ແລະ ພັດທະນາ ນຳໃຊ້ພື້ນຖານໂຄງລ່າງຍຸດທະສາດໃຫ້ມີປະສິດທິຜົນດີ, ເອົາໃຈໃສ່ການແບ່ງຂັ້ນຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຊັດເຈນ, ສ້າງ ແລະ ປັບປຸງກົດໝາຍ ແລະ ບັນດານິຕິກໍາ ລຸ່ມກົດໝາຍດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ຄົບຖ້ວນ ທັນກັບສະພາບການໃໝ່ ພ້ອມທັງໂຄສະນາເຜີຍແຜ່ ແລະ ບັງຄັບໃຊ້ໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ສືບຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງເຕັກນິກມີສະຖຽນລະພາບ, ຄວາມໄວສູງ ແລະ ປອດໄພ ເພື່ອຮອງຮັບເຕັກໂນໂລຊີໃໝ່ ເຊັ່ນ ຖານຂໍ້ມູນຂະໜາດໃຫຍ່ (big data), ກຸ່ມຂໍ້ມູນຜູກພັນ (Blockchain), ລະບົບສັນຍານ 5G ເຫຼົ່ານີ້ເປັນຕົ້ນ; ເລັ່ງພັດທະນາລະບົບເຊື່ອມໂຍງຂໍ້ມູນພາກລັດ (Government Data Exchange: GDE) ເພື່ອແລກປ່ຽນ ແລະ ລວມສູນຂໍ້ມູນພາກລັດ ໃຫ້ທຸກພາກສ່ວນສາມາດນຳໃຊ້ເພື່ອພັດທະນາບໍລິການໃຫ້ປະຊາຊົນ, ເລັ່ງປັບປຸງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ສະຖາບັນ ເຕັກໂນໂລຊີ ແລະ ການສື່ສານ ມີຫຼັກສູດ ແລະ ມີສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ເພື່ອສ້າງວິຊາການ ດິຈິຕອນ, ສືບຕໍ່ຊຸກຍູ້ບັນດາບໍລິສັດ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ; ຍົກລະດັບ ແລະ ຂະຫຍາຍເຄືອຂ່າຍ ເຕັກນິກ ແລະ ລະບົບການບໍລິການ ທີ່ມີຄວາມສາມາດແຂ່ງຂັນກັນສູງຂຶ້ນ ແລະ ຂະຫຍາຍທຸລະກິດໄປຕ່າງປະເທດໃນອານາຄົດ. ໜ້າທີ່ສຳຄັນຢ່າງໜຶ່ງ ຂອງ ບໍລິສັດ ແມ່ນການປະຕິບັດພັນທະໃນການປະກອບສ່ວນຢ່າງຕັ້ງໜ້າຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານກ່າວຕື່ມວ່າ ບັນດາ ກະຊວງ, ອົງການ/ທຽບເທົ່າ, ແຂວງ ແລະ ນະຄອນຫຼວງ ຕ້ອງໄດ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າ ປັດຈຸບັນນີ້ລະບົບໄອຊີທີ ໄດ້ກາຍເປັນຄວາມຈຳເປັນສຳລັບທຸກກະຊວງ ແລະ ຂະແໜງການ ຢ່າງຫຼີກລ່ຽງບໍ່ໄດ້. ດັ່ງນັ້ນ, ການຫັນເປັນດິຈິຕອນໃນຂະແໜງການຕົນ ຈະສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງຈິງຈັງ ຂອງ ຄະນະພັກ, ຄະນະນຳ ທຸກຂັ້ນ, ເພື່ອຍົກສູງຄຸນນະພາບ ແລະ ຄວາມໂປ່ງໃສ, ໂດຍສະເພາະ ຂະແໜງເສດຖະກິດ ເຊັ່ນ ການຄ້າທາງເອເລັກໂຕຣນິກ (E-commerce), ລະບົບພາສີເອເລັກໂຕຣນິກ (E-tax), ລະບົບຊໍາລະເງິນເອເລັກໂຕຣນິກ (E-payment) ລວມທັງ ການສຶກສາຜ່ານເອເລັກໂຕຣນິກ (E-education). ບັນດາກະຊວງ ແລະ ຂະແໜງການ ຕ້ອງຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໃຊ້ພື້ນຖານໂຄງລ່າງ ຮ່ວມກັນ ຫຼີກລ່ຽງການລົງທຶນຊ້ຳຊ້ອນ ແລະ ເພື່ອປົກປ້ອງຂໍ້ມູນຂ່າວສານ,  ເປັນຕົ້ນແມ່ນ ສະກັດກັ້ນການທຳລາຍ, ການໂຈລະກຳຂໍ້ມູນຂ່າວສານ, ສະກັດກັ້ນຂໍ້ມູນທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ, ເອົາໃຈໃສ່ເປັນພິເສດໃນການສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ນໍາໃຊ້ອຸປະກອນເອເລັກໂຕຼນິກທັນກັບການຂະຫຍາຍຕົວຂອງເຕັກໂນໂລຊີ ດິຈິຕອນ, ບັນດາ ຜູ້ປະກອບການ (ບໍລິສັດ) ແລະ ບັນດາ ສະມາຄົມໄອຊີທີ ໂດຍສະເພາະບັນດາລັດວິສາຫະກິດຕ້ອງໄດ້ເອົາໃຈໃສ່ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການປະຕິບັດພັນທະຕໍ່ລັດຖະບານ ແລະ ການຂະຫຍາຍເຄືອຂ່າຍໃຫ້ປົກຄຸມໄປສູ່ເຂດຊົນນະບົດ ຕາມທິດຊີ້ນຳຂອງລັດຖະບານ, ຍົກສູງບົດບາດໃນການເຕົ້າໂຮມກຸ່ມທຸລະກິດໄອຊີທີ ເຂົ້າຮ່ວມຂະບວນການສົ່ງເສີມການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນຮ່ວມກັນສ້າງສິ່ງອຳນວຍຄວາມສະດວກໃຫ້ເກີດທຸລະກິດລິເລີ່ມ (Start-Up) ແລະ SME ທີ່ນໍາໃຊ້ນະວັດຕະກໍາຢ່າງທັນສະໄໝໃຫ້ທັນໂລກ.

ກອງປະຊຸມຄັ້ງນີ້ ມີ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ບັນຫົວໜ້າກົມ/ທຽບເທົ່າ ອ້ອມຂ້າງກະຊວງ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ 300 ກວ່າທ່ານ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ