ກອງປະຊຸມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023

11/01/2024

ກອງປະຊຸມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023

ກອງປະຊຸມ ວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 11 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີຮອງລັດຖະມົນຕີບັນດາກະຊວງ, ເຈົ້າແຂວງ/ ນະຄອນ, ພະນັກງານ ລັດຖະກອນອ້ອມຂ້າງກະຊວງ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ ນະຄອນຫຼວງ ພ້ອມດ້ວຍຜູ້ຕາງໜ້າບັນດາຂະແໜງການ, ບັນດາຜູ້ປະກອບການດ້ານໄປສະນີ, ໂທລະຄົມມະນາຄົມ ລວມທັງໝົດ 300 ກວ່າຄົນ.

ໃນກອງປະຊຸມ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ ໄດ້ລາຍງານໂດຍສັງເຂບ ກ່ຽວກັບຜົນສຳເລັດຂອງການຈັດຕັ້ງ ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນສໍາຄັນຫຼາຍດ້ານ ສະແດງອອກຄື: ການສ້າງ ແລະ ປັບປຸງນະໂຍບາຍ, ນິຕິກໍາ ເພື່ອຮອງຮັບການຄຸ້ມຄອງການຫັນເປັນດິຈິຕອນໄດ້ 25 ສະບັບ, ການຫັນເປັນທັນສະໄໝລະບົບບໍລິການ ແລະ ບໍລິຫານລັດ ຫຼື ລັດເອເລັກໂຕຣນິກ ປັບປຸງ ແລະ ພັດທະນາລະບົບຫ້ອງການທັນສະໄໝຂອງ ກຕສ (E-office v2)  ແລະ ຂະຫຍາຍການນຳໃຊ້ລະບົບຫ້ອງການທັນສະໄໝ, ຕິດຕັ້ງໄດ້ເພີ່ມ 18 ພາກສ່ວນ ປັດຈຸບັນມີຜູ້ນຳໃຊ້ທັງໝົດ 10.676 ບັນຊີລາຍຊື່ (ສູນກາງ 9.732 ບັນຊີລາຍຊື່, ທ້ອງຖິ່ນ 944 ບັນຊີລາຍຊື່), ຂະຫຍາຍລະບົບສື່ສານພາກລັດ (G-chat) ສຳເລັດສ້າງບັນຊີລາຍຊື່ເຂົ້ານຳໃຊ້ລະບົບ ໃຫ້ບັນດາຫ້ອງການພັກລັດທັງສູນກາງ ແລະ  ທ້ອງຖິ່ນ ໃນທົ່ວປະເທດ ຈຳນວນ 4.625 ບັນຊີລາຍຊື່, 35 ພາກສ່ວນ ປັດຈຸບັນມີຈຳນວນທັງໝົດ 17.400 ບັນຊີລາຍຊື່ (ຂັ້ນສູນກາງ 8.623 ບັນຊີລາຍຊື່, ຂັ້ນທ້ອງຖິ່ນ 8.777 ບັນຊີລາຍຊື່), ໄດ້ຂະຫຍາຍບັນຊີລາຍຊື່ລະບົບສື່ສານພາກລັດ ຈາກ 10.000 ບັນຊີລາຍຊື່ ມາເປັນ 15.000 ບັນຊີລາຍຊື່, ໄດ້ຂະຫຍາຍບັນຊີລາຍຊື່ເຂົ້ານຳໃຊ້ລະບົບຈັດເກັບ ແລະ ນໍາໃຊ້ຂໍ້ມູນຮ່ວມກັນຂອງພາກລັດ (G-share/ G-drive) ໃຫ້ກັບບັນດາກົມ, ທຽບເທົ່າ, ບັນດາກະຊວງຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 778 ບັນຊີລາຍຊື່ ປັດຈຸບັນມີຈຳນວນທັງໝົດ ຈໍານວນ 11.611 ບັນຊີລາຍຊື່ (ສູນກາງ 6.312 ບັນຊີລາຍຊື່, ທ້ອງຖິ່ນ 5.299 ບັນຊີລາຍຊື່), ຂະຫຍາຍລະບົບເຄືອຂ່າຍພາຍໃນພາກລັດ ເຊື່ອມໂຍງບັນດາອົງການຈັດຕັ້ງລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ 10 ພາກສ່ວນ (10 ຫ້ອງວ່າການແຂວງ) ປັດຈຸບັນມີຈຳນວນທັງໝົດ 36 ຫ້ອງການ (ສູນກາງ 18 ຫ້ອງການ ແລະ ທ້ອງຖິ່ນ 18 ຫ້ອງການ), ຂະຫຍາຍລະບົບບັນຊີລາຍຊື່ ຈົດໝາຍເອເລັກໂຕຣນິກ (E-mail) ໃຫ້ບັນດາຫ້ອງການລັດທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 1.028 ບັນຊີລາຍຊື່, 39 ພາກສ່ວນ ປັດຈຸບັນມີຈຳນວນທັງໝົດ 5.002 ບັນຊີລາຍຊື່ (ສູນກາງ 3.701 ບັນຊີລາຍຊື່, ທ້ອງຖິ່ນ 1.301 ບັນຊີລາຍຊື່),  58 ໂດເມນ, ສໍາເລັດການຂະຫຍາຍ ຈຳນວນ 214 ພາກສ່ວນ, 829 ລາຍຊື່ (ສູນກາງ 47 ພາກສ່ວນ, ທ້ອງຖິ່ນ 167 ພາກສ່ວນ). ໃນປີ 2023 ສັນຍານໂທລະສັບມືຖືປົກຄຸມໄດ້ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ ກວມ 97% ຂອງຈໍານວນບ້ານທັງໝົດ ໃນນີ້ແຍກເປັນລະບົບ 3G ກວມ 85%, ແລະ 4G ກວມ 76%, ສ່ວນລະບົບ 5G ແມ່ນໄດ້ເປີດໃຫ້ບໍລິການເປັນຄັ້ງທໍາອິດຢູ່ ສປປ ລາວ ໃນວັນທີ 10.01.2024 ເຊິ່ງກົງກັບ ວັນດິຈິຕອນແຫ່ງຊາດ 10 ມັງກອນ. ນອກນັ້ນ, ຍັງໄດ້ຂະຫຍາຍສາຍກາບໄຍແສງ (optic fiber) ໄດ້ຕື່ມ 1.854 ກິໂລແມັດ ປັດຈຸບັນມີທັງໝົດ 98.524 ກິໂລແມັດ, ຂະຫຍາຍສະຖານີຮັບສົ່ງສັນຍານໂທລະສັບມືຖື ໄດ້ຕື່ມ 89 ສະຖານີ ປັດຈຸບັນມີທັງໝົດ 8.948 ແຫ່ງ; ປັດຈຸບັນມີຈໍານວນຜູ້ນໍາໃຊ້ ໂທລະສັບຕັ້ງໂຕະ ແລະ ໂທລະສັບມືຖືທັງໝົດ 6.113.455 ເລກໝາຍ ແລະ ລົງທະບຽນນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ຜ່ານຊິມ 3G ທັງໝົດ 4.614.752 ເລກໝາຍ). ປັດຈຸບັນມີຜູ້ປະກອບການຂະແໜງການໄປສະນີ ທັງໜົດ 63 ບໍລິສັດ ໃຫ້ບໍລິການລະຫວ່າງປະເທດ 4 ບໍລິສັດ, ໃຫ້ບໍລິການລະຫວ່າງປະເທດ ແລະ ພາຍໃນປະເທດ 7 ບໍລິສັດ ແລະ ບໍລິການພາຍໃນແຂວງ 52 ບໍລິສັດ.

ກອງປະຊຸມຍັງໄດ້ຮັບຟັງ ການນໍາສະເໜີ ບົດໃນຫົວຂໍ້ຕ່າງໆ ທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ຕໍ່ກັບຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຊຶ່ງນໍາສະເໜີໂດຍ ບັນດາທ່ານຮອງລັດຖະມົນຕີ, ຄະນະປະຈໍາພັກກະຊວງ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມການພັດທະນາຊັບພະຍາກອນມະນຸດໃນການຫັນເປັນດິຈິຕອນ, ການບໍລິຫານລັດດິຈິຕອນໃຫ້ເປັນທັນສະໄໝ , ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ. ພ້ອມນັ້ນ,  ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມກໍຈະໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອໃນສົມບູນຄົບຖ້ວນຂຶ້ນ ເພື່ອຄວາມເປັນເອກະພາບ ແລະ ພ້ອມກັນນຳເອົາໄປຜັນຂະຫຍາຍຈັດຕັງປະຕິບັດ.

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາໜຶ່ງວັນ ຊຶ່ງຈະໄດ້ຮັບຟັງການສະຫຼຸບຕີລາຄາຜົນຂອງກອງປະຊຸມ ແລະ ເປັນກຽດຮັບຟັງການໂອ້ລົມຂອງ ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຕອນບ່າຍຂອງວັນດຽວກັນ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ