ການແຂ່ງຂັນ Lao Digital Award 2024

11/01/2024

ການແຂ່ງຂັນ Lao Digital Award 2024

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດການແຂ່ງຂັນ Lao Digital Award 2024 ຂຶ້ນໃນວັນທີ 11 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ. ເປັນກຽດເຂົ້າຮ່ວມໃນພິທີ ມີ ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ, ຫົວໜ້າຄະນະອະນຸກໍາມະການແຂ່ງຂັນ, ມີບັນດາທ່ານຄະນະກົມ, ຄະນະກໍາມະການ, ແຂກຖືກເຊີນ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ ກໍໄດ້ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ຄໍາຫຼ້າ ສູນນະລັດ ກ່າວວ່າ ປັດຈຸບັນ ໃນສະພາບການພັດທະນາຢ່າງຕໍ່ເນື່ອງຂອງເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາ ໄດ້ເຮັດໃຫ້ການຜະລິດ, ການບໍລິການ ແລະ ການບໍລິຫານ ຫັນໄປສູ່ດິຈິຕອນຫຼາຍຂື້ນ; ຫຼາຍປະເທດ ໄດ້ຊຸກຍູ້-ສົ່ງເສີມນັກຄົ້ນຄວ້າ, ນັກພັດທະນາ ແລະ ບັນດາບໍລິສັດທາງດ້ານໄອຊີທີ, ດິຈິຕອນ, ນະວັດຕະກໍາ, ທຸລະກິດລິເລີ່ມ (Start-Up) ໄດ້ພັດທະນາໂຕເອງດ້ວຍຫຼາຍຮູບແບບ ແລະ ໜຶ່ງໃນຮູບແບບການສົ່ງເສີມ ກໍຄື ການຈັດແຂ່ງຂັນໄອຊີທີ, ດິຈິຕອນ, ນະວັດຕະກໍາ ແລະ ທຸລະກິດລິເລີ່ມ ໃນລະດັບປະເທດ ຫຼືສາກົນ. ສຳລັບ ສປປ ລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນນາມອົງການຈັດຕັ້ງຄຸ້ມຄອງມະຫາພາກ ທາງດ້ານໄປສະນີ, ໂທລະຄົມ, ໄອຊີທີ ແລະ ດິຈິຕອນ ກໍໄດ້ຈັດການແຂ່ງຂັນລາວດິຈິຕອນອາວອດ ທົ່ວປະເທດຄັ້ງນີ້ ເປັນຄັ້ງທີ 6 ຫຼັງຈາກທີ່ໄດ້ຮັບຜົນສຳເລັດຈາກການຈັດງານ Lao ICT Award and Innovation ໃນ 5 ຄັ້ງຜ່ານມາ. ເປົ້າໝາຍ ແມ່ນເພື່ອຊຸກຍູ້-ສົ່ງເສີມໃຫ້ບັນດານັກພັດທະນາ, ບໍລິສັດທາງດ້ານໄອຊີທີ, ທຸລະກິດລິເລີ່ມ ໃນລາວ, ສ້າງຊື່ສຽງຜະລິດຕະພັນຂອງຕົນໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ. ພ້ອມນັ້ນ, ກໍສົ່ງເສີມໃຫ້ຄົນລາວໄດ້ນຳໃຊ້ການບໍລິການໄອຊີທີ, ດິຈິຕອນ ແລະ ນະວັດຕະກໍາ ຂອງຄົນລາວເອງ.

ການຈັດການແຂ່ງຂັນ Lao Digital Award ກໍເປັນແຜນງານໜຶ່ງທີ່ນອນໃນແຜນພັດທະນາ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ຮັບການອະນຸມັດຈາກ ຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍມີຄະນະຮັບຜິດຊອບ ທີ່ປະກອບມີທັງພະນັກງານໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າສະມາຄົມການຄ້າໄອຊີທີລາວ, ສະມາຄົມທຸລະກິດໜຸ່ມ, ນັກທຸລະກິດລິເລີ່ມ ແລະ ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກບໍລິສັດໄອຊີທີ ແລະ ບັນດາຜູ້ໃຫ້ບໍລິການໂທລະຄົມເພື່ອເຮັດໃຫ້ຄະນະຮັບຜິດຊອບດັ່ງກ່າວ ສາມາດເຄື່ອນໄຫວຢ່າງສະດວກ, ສ້າງຫຼັກການ ການແຂ່ງຂັນຢ່າງຖືກຕ້ອງ ແລະ ສອດຄ່ອງກັບ ຫຼັກການ ການແຂ່ງຂັນຂອງອາຊຽນ ແນໃສ່ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເປັນທຳ ແລະ ໂປ່ງໃສ.

ງານແຂ່ງຂັນ Lao Digital Award ປະຈໍາປີ 2024 ໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ທີ່ເປັນງານໃຫຍ່ລະດັບປະເທດ ແລະ ມີຜູ້ເຂົ້າຮ່ວມແຂ່ງຂັນ ທີ່ມາຈາກ 40 ພາກສ່ວນ ເປັນຕົ້ນແມ່ນ ຈາກພາກລັດ, ລັດວິສາຫະກິດ, ນິຕິບຸກຄົນ, ບຸກຄົນ ແລະ ນັກສຶກສາ ຊຶ່ງແບ່ງໝວດແຂ່ງຂັນອອກເປັນ: ປະເພດໝວດຜະລິດຕະພັນສົ່ງເສີມພາກລັດ, ຜະລິດຕະພັນເອກະຊົນ, ຜະລິດຕະພັນສະຕາດອັບ ແລະ ຜະລິດຕະພັນແນວຄິດສ້າງສັນ ຂອງບັນດານັກພັດທະນາ ແລະ ນັກສຶກສາ. ພ້ອມກັນນັ້ນ, ເວທີແຫ່ງນີ້ ຈະເປັນເວທີແຫ່ງການຄັດເລືອກເອົາຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນງານລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ.

ທ່ານ ຄໍາຫຼ້າ ສູນນະລັດ ຍັງໄດ້ກ່າວຕື່ມວ່າ ຫວັງວ່າຜູ້ເຂົ້າຮ່ວມແຂ່ງຂັນທັງໝົດຈະສຸມສະຕິ ແລະ ສະມາທິເພື່ອນຳສະເໜີກ່ຽວກັບຜະລິດຕະພັນຂອງຕົນຢ່າງໂດດເດັ່ນ ແລະ ຈູງໃຈຄະນະກຳມະການ ເພື່ອຍາດໄດ້ລາງວັນຊະນະເລີດ. ເຖິງຢ່າງໃດກໍຕາມ, ສຳລັບຜູ້ເຂົ້າຮ່ວມທ່ານໃດ ທີ່ບໍ່ສາມາດຍາດໄດ້ໄຊຊະນະໃນຄັ້ງນີ້ ກໍສາມາດສືບຕໍ່ພັດທະນາຜະລິດຕະພັນຂອງຕົນໃຫ້ສົມບູນແບບ ແລະ ສົ່ງເຂົ້າແຂ່ງຂັນໃນປີຕໍ່ໄປ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ