ເປີດກິດຈະກໍາການແຂ່ງຂັນ ການຕ້ານໄພຄຸກຄາມທາງໄຊເບີ

10/01/2024

ເປີດກິດຈະກໍາການແຂ່ງຂັນ ການຕ້ານໄພຄຸກຄາມທາງໄຊເບີ

ງານແຂ່ງຂັນພາຍໃຕ້ ຫົວຂໍ້: ການຕ້ານໄພຄຸກຄາມທາໄຊເບີ (Lao Cyber Security Hacking Challenge) ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງ ທ່ານ ຄໍາຫຼ້າ ສູນນະລັດ, ຫົວໜ້າອະນຸກໍາມະການຈັດງານແຂ່ງຂັນ, ຫົວໜ້າກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີບັນດາແຂກທີ່ຖືກເຊີນ ແລະ ຜູ້ເຂົ້າຮ່ວມແຂ່ງຂັນເຂົ້າຮ່ວມ. 

ທ່ານ ຄໍາຫຼ້າ ສູນນະລັດ ກ່າວວ່າ: ງານສັບປະດາດິຈິຕອນ ປີ 2024 ທີ່ຈັດໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມເປີດ ແລະ ມີຄໍາເຫັນ ໃນກິດຈະກໍາການແຂ່ງຂັນ Lao Cyber Security Hacking Challenge 2024 ເພື່ອເຮັດໃຫ້ງານສັບປະດາດິຈິຕອນ ປີ 2024 ມີຄວາມໝາຍຄວາມສໍາຄັນ, ມີຫຼາກຫຼາຍກິດຈະກໍາ ແລະ ສ້າງສີສັນ ການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ. ງານແຂ່ງຂັນໃນຄັ້ງນີ້ ເປັນກິດຈະກໍາໜຶ່ງທີ່ໄດ້ຮັບການອະນຸມັດ ແລະ ເຫັນດີຈາກຄະນະນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງຈາກວ່າເປັນ ກິດຈະກໍາທີ່ຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ໃຫ້ຄວາມສໍາຄັນເປັນພິເສດ ເພື່ອຄັດເລືອກຜູ້ຊະນະເລີດການແຂ່ງຂັນ ໄປແຂ່ງຕໍ່ໃນລະດັບອາຊຽນ ເຊັ່ນ: ງານແຂ່ງຂັນ ASEAN Cyber Shield ທີ່ປະເທດອິນໂດເນເຊຍ, Cyber Sea Game ທີ່ປະເທດໄທ, Cyber Conquest ທີ່ປະເທດສິງກະໂປ, ASEAN student ທີ່ປະເທດ ຫວຽດນາມ, SECON ທີ່ປະເທດຍີ່ປຸ່ນ ແລະ ອື່ນໆ. ກິດຈະກໍາການແຂ່ງຂັນຄັ້ງນີ້, ກໍເພື່ອເປັນການສ້າງຄວາມພ້ອມ ແລະ ເປັນການເປີດໂອກາດໃຫ້ພາກສ່ວນຕ່າງ ບໍ່ວ່າຈະເປັນນັກຮຽນນັກສຶກສາ ພະນັກງານພາກລັດ ແລະ ທຸລະກິດ ໃນສາຍງານໄອຊີທີ ໄດ້ເຂົ້າມາສະແດງຄວາມຮູ້ຄວາມສາມາດໃນວິຊາສາຂາທີ່ຕົນເອງໄດ້ຮຽນມາ ຫຼື ປະສົບການທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃນການຄົ້ນຫາຂໍ້ມູນຊ່ອງໂຫວ່ ແລະ ປ້ອງກັນລະບົບຂໍ້ມູນຂ່າວສານ ກໍຄື ການຕ້ານໄພຄຸກຄາມທາງໄຊເບີ. ພ້ອມທັງເຊື່ອວ່າການແຂ່ງຂັນດັ່ງກ່າວນີ້ ຈະຊ່ວຍໃຫ້ບັນດາທີມທີ່ເຂົ້າແຂ່ງຂັນ ມີການສ້າງປະສົບການ ການເຮັດວຽກເປັນທີມ, ການນໍາໃຊ້ທັກສະຄວາມຮູ້ສະເພາະດ້ານເພື່ອແກ້ໂຈດ ແລະ ສົ່ງຄໍາຕອບໄດ້ທັນເວລາ ທັງບັນດາທີມເຂົ້າຮ່ວມແບບເຊິ່ງໜ້າ ແລະ ເຂົ້າຮ່ວມແບບອອນລາຍ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໃຫ້ທີມທີ່ເຂົ້າແຂ່ງທັງໝົດ ຈົ່ງເອົາໃຈໃສ່ຕັ້ງໜ້າ ແລະ ໃຊ້ສະມາທິໃນການແກ້ໂຈດຕ່າງໆ ໃຫ້ມີຄະແນນຕາມຄາດໝາຍ.

ສຳລັບຜົນການແຂ່ງຂັນທີມຊະນະເລີດໄດ້ແກ່ ທີມນ້ຳຫວານລວມມິດ, ອັນດັບທີ 2 ໄດ້ແກ່ ທີມ Nissan, ແລະ ອັນດັບທີ 3 ໄດ້ແກ່ CS_ERROR404 ຊຶ່ງຈະໄດ້ມີການມອບລາງວັນໃນວັນທີ 14 ມັງກອນ ທີ່ຈະມາເຖິງນີ້.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ