ປະກາດວັນດິຈິຕອນແຫ່ງຊາດ 10 ມັງກອນ (10.01) ຢ່າງເປັນທາງການ

10/01/2024

ປະກາດວັນດິຈິຕອນແຫ່ງຊາດ 10 ມັງກອນ (10.01) ຢ່າງເປັນທາງການ

ພິທີປະກາດ ວັນດິຈິຕອນແຫ່ງຊາດ 10 ມັງກອນ (10.01) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 10 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ ເນື່ອງໃນໂອກາດດໍາເນີນງານສັບປະດາດິຈິຕອນລາວ ປີ 2024 ໂດຍໃຫ້ກຽດກ່າວຄຳປາໄສ ແລະ ປະກາດວັນດິຈິຕອນແຫ່ງຊາດ ຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ  ແລະ ແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ໃນພິທີອັນສະຫງ່າລາສີນີ້, ພະນະທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ປັດຈຸບັນນີ້, ການຫັນເປັນດິຈິຕອນ ກຳລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ບັນດາປະເທດຕ່າງໆລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕອນເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນ ເປັນແຜນບູລິມະສິດ, ເພື່ອນຳເອົາເຕັກໂນໂລຊີດິຈິຕອນເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ. ສຳລັບ ສປປ ລາວ ເພື່ອສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ສຸມໃສ່ການຈັດຕັ້ງປະຕິບັດ ວິໄສທັດການພັດທະນາດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໃຫ້ບັນລຸຜົນສຳເລັດນັ້ນ, ພັກ-ລັດ ເຮົາໄດ້ເອົາໃຈໃສ່ປັບປຸງກົນໄກການຄຸ້ມຄອງມະຫາພາກ ເພື່ອສຸມໃສ່ແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ  ໂດຍຖືເອົາການຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີ ດິຈິຕອນ ເພື່ອຍົກສູງປະສິດທິພາບຂອງການຄຸ້ມຄອງ, ບໍລິຫານ ແລະ ການບໍລິການໃນທຸກຂົງເຂດວຽກງານ. ສະນັ້ນ, ໃນຊຸມປີຜ່ານມາ ຂະບວນການຫັນເປັນດິຈິຕອນຂອງປະເທດເຮົາໄດ້ປາກົດເປັນຮູບເປັນຮ່າງ ແລະ ມີໜໍ່ແໜງທີ່ເຂົ້ມແຂງເກີດຂຶ້ນແລ້ວ.

ເພື່ອເສີມຂະຫຍາຍຜົນສຳເລັດ ຂອງການຫັນເປັນດິຈິຕອນ ໃນເບື້ອງຕົ້ນນີ້ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດິຈິຕອນ ຢູ່ສູນກາງ ຈົນຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນ ໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສນັ້ນ ພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນ່ໃສ່ຊຸກຍູ້ໃຫ້ເສດຖະກິດມີທາງອ່ຽງພັດທະນາຂຶ້ນໂດຍໄວ ແລະ ກ້າວໄປເຖິງການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການຜະລິດ ແລະ ການບໍລິການເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ.  ສະນັ້ນ, ເພື່ອເນັ້ນໜັກ ເຖິງຄວາມສຳຄັນ ແລະ ຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝ ໃນການຄຸ້ມຄອງລັດ, ເສດຖະກິດ ແລະ ສັງຄົມໃຫ້ເປັນດິຈິຕອນ; ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ຮັບຮອງເອົາ ວັນທີ 10 ມັງກອນ (ຊຶ່ງເປັນເລກລະຫັດດິຈິຕອນ ແມ່ນ 10.01  ໜຶ່ງສູນ-ສູນໜຶ່ງ) ເປັນວັນດິຈິຕອນແຫ່ງຊາດ ເພື່ອສ້າງບາດກ້າວໃໝ່ ແຫ່ງການຫັນເປັນດິຈິຕອນ ຂອງປະເທດເຮົາ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ