ກອງປະຊຸມ ການຫັນເປັນດິຈິຕອນ ຂອງ ສປປ ລາວ

10/01/2024

ກອງປະຊຸມ ການຫັນເປັນດິຈິຕອນ ຂອງ ສປປ ລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມການຫັນເປັນດິຈິຕອນ ຂອງ ສປປ ລາວ (Lao Digital Transformation Forum) ຂຶ້ນໃນຕອນເຊົ້າຂອງວັນທີ 10 ມັງກອນ 2024, ທີ່ຫໍປະຊຸມແຫ່ງຊາດ, ເນື່ອງໃນໂອກາດຈັດງານ ສັບປະດາດິຈິຕອນລາວ ປີ 2024 (Lao Digital Week). ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດເພື່ອການຫັນເປັນດີຈິຕອນ ຂອງ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ. ຫວຽດນາມ, ຮອງລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຣາຊະອານາຈັກ ກຳປູເຈຍ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງປິ່ນອ້ອມ, ບັນດາທ່ານຮອງເຈົ້າແຂວງ, ອົງການຈັດຕັ້ງສາກົນ, ຜູ້ອໍານວຍການບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 100 ກວ່າທ່ານ.

ໃນກອງປະຊຸມ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ ໃນການຫັນເປັນດິຈິຕອນຂອງປະເທດລາວເຮົາ ບາງຄົນອາດຈະຄິດວ່າ ເປັນວຽກທີ່ຍາກ ແລະ ບໍ່ສາມາດເປັນໄປໄດ້ ຍ້ອນຍັງຢູ່ໃນກຸ່ມປະເທດດ້ອຍພັດທະນາ ແຕ່ຂະບວນການຫັນເປັນທັນສະໄໝ, ຫັນເປັນດິຈິຕອນ ໃນຍຸກອຸດສາຫະກຳ 4.0 ນີ້ ໄດ້ເລີ່ມແລ້ວ. ບາງອັນກໍດຳເນີນໄປແບບຕັ້ງໃຈ, ແຕ່ມີບາງອັນກໍອາດເຫັນວ່າ ໄດ້ເລີ່ມມີຂຶ້ນຢ່າງບໍ່ຮູ້ສຶກຕົວ, ແຕ່ກໍມີຫຼາຍສິ່ງຫຼາຍຢ່າງໄດ້ຊຶມເຂົ້າໃນຊີວິດຕົວຈິງຂອງຄົນລາວເຮົາແລ້ວ. ສະນັ້ນ, ເພື່ອສືບຕໍ່ ຕໍ່ຍອດການຫັນເປັນດິຈິຕອນເຂົ້າໃນຊີວິດຕົວຈິງໃຫ້ຫຼາຍຂຶ້ນ ທ່ານຈຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ຄື: 1) ບຸກທະລຸທາງດ້ານຈິນຕະນາການ: ເພື່ອສ້າງຄວາມສຳນຶກທີ່ເປັນເອກະພາບ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງລັດ, ສົ່ງເສີມການມີສ່ວນຮ່ວມທຸກອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມ, ປູກຈິດສຳນຶກໃຫ້ແກ່ຄະນະພັກ ແລະ ອໍານາດການປົກຄອງທຸກຂັ້ນ ເຫັນໄດ້ຄວາມສຳຄັນອັນຮີບດ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການຫັນເປັນດິຈິຕອນ, ໂດຍຖືວຽກງານດັ່ງກ່າວເປັນວຽກງານຈຸດສຸມເຊື່ອມໂຍງກັບບັນດາເປົ້າໝາຍ ຂອງການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີ ຂອງທຸກຂະແໜງການ; 2) ສ້າງ ແລະ ປັບປຸງນິຕິກຳຂອງທຸກໆຂະແໜງການ ໃຫ້ສອດຄ່ອງຮອງຮັບການຫັນເປັນດິຈິຕອນ ແລະ ສາມາດເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍວິສາຫະກິດ, ນະວັດຕະກຳ, ທຸລະກິດລິເລີ່ມ, ຊັບສິນທາງປັນຍາ, ການຄ້າ ແລະ ການລົງທຶນ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການຫັນເປັນດິຈິຕອນ ໃຫ້ເກີດມີຜະລິດຕະພັນໃໝ່, ການບໍລິການໃໝ່ ແລະ ເສດຖະກິດແບບໃໝ່ທີ່ນຳໃຊ້ເຕັກໂນໂລຊີດິຈິຕອນ; 3) ເອົາໃຈໃສ່ພັດທະນາອຸດສາຫະກໍາເຕັກໂນໂລຊີດິຈິຕອນເປັນບູລິມະສິດ ແລະ ເປັນຈຸດສຸມ ເພື່ອເຮັດໃຫ້ຂະແໜງການອຸດສາຫະກຳການຜະລິດ ແລະ ການບໍລິການ ທີ່ເປັນອົງປະກອບສຳຄັນຂອງເສດຖະກິດປະເທດເຮົາ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ. ສຸມໃສ່ພັດທະນາຂະແໜງການ ທີ່ມີຄວາມພ້ອມສູງ ແລະ ເປັນບູລິມະສິດ, ເປັນຕົ້ນແມ່ນ ອຸດສາຫະກຳເຕັກໂນໂລຊີສືີ່ສານຂໍ້ມູນຂ່າວສານ, ເອເລັກໂຕຣນິກ, ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ, ໂຮງງານຜະລິດແບບອັດຕະໂນມັດ, ການທະນາຄານເອເລັກໂຕຣນິກ, ການຄ້າທາງເອເລັກໂຕຣນິກ, ການກະສິກຳດິຈິຕອນ, ການທ່ອງທ່ຽວດິຈິຕອນ, ວັດທະນະທຳດິຈິຕອນ, ສາທາລະນະສຸກດິຈິຕອນ, ການສຶກສາ ແລະ ຝຶກອົບຮົມດິຈິຕອນ; 4) ຊຸກຍູ້ການຫັນເປັນດິຈິຕອນຢູ່ໃນບັນດາອົງການຈັດຕັ້ງພັກ, ລັດ ຍົກລະດັບການຄຸ້ມຄອງບໍລິຫານ ແລະ ບໍລິການຂອງບັນດາອົງການຈັດຕັ້ງຕ່າງໆ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ; 5) ເອົາໃຈໃສ່ສົ່ງເສີມ ແລະ ຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ຄວາມຮູ້ ແລະ ການລົງທຶນຈາກຕ່າງປະເທດມາພັດທະນາການຫັນເປັນດິຈິຕອນ ຂອງ ສປປ ລາວ. ດຶງດູດ ແລະ ຍາດແຍ່ງ ການນຳໃຊ້ຊັບພະຍາກອນຈາກຕ່າງປະເທດ ແລະ ສາກົນຢ່າງມີປະສິດທິພາບເພື່ອສະໜັບສະໜູນການຄົ້ນຄວ້າເຕັກໂນໂລຊີ, ການປະດິດນະວັດຕະກຳ, ການດຳເນີນທຸລະກິດຂອງຜູ້ປະກອບການສະຕາດອັບ ແລະ ການຖ່າຍທອດເຕັກໂນໂລຊີໃຫ້ຄົນລາວ. ສ້າງ ແລະ ປັບປຸງບັນດານະໂຍບາຍ ທີ່ຕິດພັນໂດຍກົງກັບການລົງທຶນຈາກຕ່າງປະເທດຕາມທິດຍົກສູງມາດຕະຖານເຕັກໂນໂລຊີ, ຊຸກຍູ້ການຮ່ວມທຸລະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ແລະ ການຖ່າຍທອດເຕັກໂນໂລຊີ ລະຫວ່າງວິສາຫະກິດພາຍໃນແລະ ວິສາຫະກິດຕ່າງປະເທດ, ຄຸ້ມຄອງກິດຈະກຳທຸລະກິດຂ້າມຊາດທີ່ບໍ່ມີບໍລິສັດ ຫຼື ຫ້ອງການຜູ້ຕາງໜ້າ ຢູ່ໃນ ສປປ ລາວ ເພື່ອປ້ອງກັນສິດຜົນປະໂຫຍດຂອງຜູ້ປະກອບການພາຍໃນປະເທດ.

ໃນໂອກາດນີ້ກອງປະຊຸມໃນມື້ນີ້, ໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນກ່ຽວກັບ ສະພາບການຫັນເປັນດິຈິຕອນ ຢູ່ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ໂດຍຈະໄດ້ຮັບກຽດຂຶ້ນນຳສະເໜີໂດຍ ທ່ານຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ທ່ານຮອງລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຣາຊະອານາຈັກ ກຳປູເຈຍ ເພື່ອໄດ້ຮັບຮູ້ຫຼາຍຂໍ້ມູນທີ່ສຳຄັນ ແລະ ສາມາດນຳມາປັບໃຊ້ເຂົ້າໃນວຽກງານການຫັນເປັນດິຈິຕອນ ໃນ ສປປ ລາວ, ໂດຍສະເພາະ ການຫັນເປັນວຽກລະອຽດຂອງບັນດາຂະແໜງການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ເຮັດໃຫ້ວຽກງານການຫັນເປັນດິຈິຕອນ ໄດ້ມີທ່າກ້າວ ເປັນຈັງຫວະອັນດຽວກັນ ໃນທົ່ວປະເທດ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ