ພິທີເປີດງານ ສັບປະດາດິຈິຕອນລາວ 2024 ຢ່າງເປັນທາງການ !

10/01/2024

ພິທີເປີດງານ ສັບປະດາດິຈິຕອນລາວ 2024 ຢ່າງເປັນທາງການ !

ໃນຕອນເຊົ້າ ຂອງວັນທີ 10 ມັງກອນ 2024 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີເປີດງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ຊຶ່ງເປັນງານມະຫາກໍາທາງດ້ານດິຈິຕອນ ຄັ້ງທີ II ນັບຕັ້ງແຕ່ໄດ້ສ້າງຕັ້ງ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ສປປ ລາວ), ມີ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາກະຊວງ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາທູຕານຸທູດ, ແຂກຖືກເຊີນຈາກ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ, ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຣາຊະອານາຈັກ ກໍາປູເຈຍ, ບັນດາຄະນະກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂນໂລຊີ ແລະ ການສື່ສານ ພ້ອມດ້ວຍ ບັນດາຫົວໜ້າ/ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດເຂົ້າຮ່ວມ.

ໃນພິທີເປີດງານສັບປະດາດິຈິຕອນລາວ ປີ 2024 ຄັ້ງນີ້, ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ນັບແຕ່ກາງປີ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ກະກຽມຈັດງານ ສັບປະດາດິຈິຕອນລາວ 2024 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ “ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ຫຼື ເປັນພາສາອັງກິດ ແມ່ນ “Digital Transformation towards the Greater Socio-Economy Development and Resilient Connectivity”.

ງານສັບປະດາດິຈິຕອນລາວ ໃນຄັ້ງນີ້ ປະກອບມີເວທີແລກປ່ຽນ ແລະ ເປີດໂອກາດໃຫ້ສັງຄົມລາວ ໂດຍສະເພາະແມ່ນຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດ້ານໂທລະຄົມມະນາຄົມ, ໄອຊີທີ, ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະຄຳຄິດຄຳເຫັນ ແລະ ວາງສະແດງແລກປ່ຽນຜະລິດຕະພັນ. ພ້ອມດຽວກັນນັ້ນ, ກໍຈະໄດ້ເປີດໂອກາດ, ແລກປ່ຽນຄວາມຮູ້, ປະສົບການໃນການພັດທະນາເຕັກໂນໂລຊີດິຈິຕອນຂອງຜູ້ເຂົ້າຮ່ວມໃນງານ ເພື່ອນຳໄປຜັນຂະຫຍາຍທຸລະກິດຂອງຕົນ. ງານສັບປະດາດິຈິຕອນລາວ ປີ 2024 ຄັ້ງນີ້ເປັນງານທີ່ມີຫຼາຍສີສັນ ແລະ ຫຼາຍກິດຈະກຳທີ່ສຳຄັນ ເປັນຕົ້ນແມ່ນ ພິທີເປີດງານສັບປະດາດິຈິຕອນ ປີ 2024 ແລະ ການປະກາດວັນດິຈິຕອນແຫ່ງຊາດ 10.01 (10 ມັງກອນ) ພິເສດແມ່ນໄດ້ຮັບຟັງຄໍາປາໄສຂອງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ປະທານກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ ຊຶ່ງຈະເປັນທິດຊີ້ນຳໃນການຫັນເປັນດິຈິຕອນຂອງປະເທດເຮົາໃຫ້ທົ່ວສັງຄົມນຳໄປຈັດຕັ້ງຜັນຂະຫຍາຍ; ເວທີສຳມະນາ ແລະ ການຝຶກອົບຮົມ ຊຶ່ງແມ່ນເວທີຖ່າຍທອດ, ແລກປ່ຽນຄວາມຮູ້ດ້ານດິຈິຕອນ ໂດຍມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດານັກວິທະຍາກອນທີ່ມີຄວາມຊຳນານ ແລະ ປະສົບການສູງ ທັງພາຍໃນ ແລະ ຕ່າງປະເທດເປັນຜູ້ບັນລະຍາຍ. ການຝຶກອົບຮົມ ແລະ ສໍາມະນາດັ່ງກ່າວເປີດໂອກາດໃຫ້ທຸກພາກສ່ວນໄດ້ເຂົ້າຮ່ວມ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ; ການສະແດງສິນຄ້າ ແລະ ນະວັດຕະກຳ ທາງດ້ານດິຈິຕອນ ລວມມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດ ຂະໜາດນ້ອຍ-ກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫລາຍກວ່າ 100 ກວ່າບູດ ເພື່ອວາງສະແດງຜະລິດຕະພັນ ແລະ ສິນຄ້າຂອງຕົນ ເຊັ່ນ: ເຕັກໂນໂລຊີ 5G, ປັນຍາປະດິດ (A.I.), ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ອິນເຕີເນັດແຫ່ງສັບພະສິ່ງ (IoT), ການປະມວນຜົນດ້ວຍລະບົບຄຣາວ (Cloud Computing), ຄວາມປອດໄພທາງໄຊເບີ (Cyber Security), ຜະລິດຕະພັນທາງດ້ານໄອຊີທີ ແລະອື່ນໆ. ນອກຈາກນີ້, ກໍຍັງຈະມີການນໍາສະເໜີການເປີດຕົວ, ຫຼຸດລາຄາສິນຄ້າຢ່າງຫຼວງຫຼາຍ ແລະ ຈັບສະຫຼາກລຸ້ນຮັບລາງວັນ ຈາກບັນດາບໍລິສັດຕ່າງໆ. ພາຍໃນງານດັ່ງກ່າວຍັງມີກິດຈະກໍາ ການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Hacking Challenge ຊຶ່ງຈະເປັນເວທີສຳຄັນ ແລະ ໃຫຍ່ທີ່ສຸດຂອງ ສປປ ລາວ ໃນການຄັດເລືອກຜະລິດຕະພັນຂອງຄົນລາວ ທີ່ດີເດັ່ນທາງດ້ານດິຈິຕອນ ເພື່ອເຂົ້າແຂ່ງຂັນໃນເວລາທີສາກົນ ໂດຍສະເພາະການແຂ່ງຂັນປະຈຳປີລະດັບພາກພື້ນ; ເຫດການທີ່ສຳຄັນທີ່ສຸດ ໃນງານສັບປະດາດິຈິຕອນລາວ ຄັ້ງນີ້ ແມ່ນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດເວທີສຳມະນາເພື່ອປຸກລະດົມຂະບວນການຊາວໜຸ່ມລາວຮ່ວມແຮງຮ່ວມໃຈໃນການຫັນເປັນດິຈິຕອນ ຊຶ່ງຈະເປັນສຽງແກຕະລຸມບອນໃຫ້ແກ່ຊາວໜຸ່ມລາວບຸກທະລຸການຫັນເປັນດິຈິຕອນໃຫ້ໄດ້ຮັບໄຊຊະນະຢ່າງຍິ່ງໃຫຍ່.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ