ກຽມພົບກັບງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ທີ່ຈະມາເຖິງໃນເດືອນມັງກອນ 2024 ນີ້ !

17/11/2023

ກຽມພົບກັບງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ທີ່ຈະມາເຖິງໃນເດືອນມັງກອນ 2024 ນີ້ !

ງານ ສັບປະດາດິຈິຕອນລາວ 2024 (Lao Digital Week) ຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ: “ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ຫຼື ເປັນພາສາອັງກິດ ແມ່ນ “Digital Transformation towards the Greater Socio-Economy Development and Resilient Connectivity” ຊຶ່ງມີຈຸດປະສົງເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ; ເພື່ອສົ່ງເສີມການນໍາໃຊ້ ເຕັກໂນໂລຊີນະວັດຕະກຳ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT), ໂທລະຄົມມະນາຄົມ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນການແຂ່ງຂັນ ASEAN ICT Award 2024.

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 17 ພະຈິກ 2024 ນີ້ວ່າ: ງານ ສັບປະດາດິຈິຕອນລາວ 2024 ເປັນງານມະຫາກຳດ້ານເຕັກໂນໂລຊີ ແລະ ການສື່ສານ ພາຍໃນງານຈະມີການວາງສະແດງເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ນະວັດຕະກຳຂອງທຸລະກິດ Start-Up ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ (booth) ພ້ອມນັ້ນຍັງຈະປະກອບມີຫຼາຍກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ກອງປະຊຸມລະດັບສູງ (High-Level Forum) ທີ່ໄດ້ເຊື້ອເຊີນບັນດາລັດຖະມົນຕີຈາກປະເທດອ້ອມຂ້າງເຂົ້າຮ່ວມ; ກອງປະຊຸມສຳມະນາ ເປັນຕົ້ນແມ່ນ ເຕັກໂນໂລຊີ ອຸດສາຫະກຳ 4.0, ເສດຖະກິດດິຈິຕອນ, ເຕັກໂນໂລຊີອັດສະລິຍະ ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain); ເວທີການພົບປະ (Networking) ເພື່ອສົນທະນາ ປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ກິດຈະກໍາການແຂ່ງຂັນ Lao ICT Awards 2024, ການແຂ່ງຂັນ ຄວາມປອດໄພທາງໄຊເບີ, Start-Up, ແລະ ນະວັດຕະກໍາ ຕ່າງໆ ແລະ ພິເສດ ໃນງານຄັ້ງນີ້ ຈະໄດ້ມີ ພິທີປະກາດ ວັນດິຈິຕອນ ຂອງ ສປປ ລາວ 10.01 (10 ມັງກອນ) ຊຶ່ງຈະເປັນເຫດການປະຫວັດສາດ ທີ່ສໍາຄັນ ໃນການຫັນເປັນທັນສະໄໝແບບດິຈິຕອນ ຂອງ ສປປ ລາວ.

ພ້ອມນັ້ນ, ຍັງຈະເປັນການເປີດໂອກາດ ໃນການຮ່ວມມື ແລະ ດຶງດູດການລົງທຶນ ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ, ສົ່ງເສີມ ແລະ ເຜີຍແຜ່ ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ອຸດສາຫະກໍາການຜະລິດ, ການບໍລິການ ການພັດທະນາ ຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ແລະ ການສື່ສານ.

ງານ ສັບປະດາດິຈິຕອນລາວ 2024 ຈັດຂຶ້ນໂດຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເປັນການຈັດງານຄັ້ງທີ 2 ຢູ່ ສປປ ລາວ ໃນການຈັດງານຄັ້ງນີ້ໄດ້ຮັບການອຸປະຖໍາເບື້ອງຕົ້ນຈາກບັນດາຜູ້ປະກອບການທຸລະກິດ ແລະ ຫ້າງຮ້ານ ຕ່າງໆເປັນຕົ້ນແມ່ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດ ສະຕາໂທລະຄົມ ຈຳກັດ (Unitel), ກຸ່ມບໍລິສັດ ເອໄອເອັຟ (AIF group), ກຸ່ມບໍລິສັດ ໂຄລາວ (KokKok), ບໍລິສັດ Huawei Technologies (ລາວ) ຈຳກັດ, ບໍລິສັດ Investment and Hydro Power Consultant ຈຳກັດຜູ້ດຽວ, ບໍລິສັດ MetaBank ຈຳກັດ, ບໍລິສັດ ZTE ຈຳກັດ, ບໍລິສັດ ສີສັນ ຮ່ວມມືພັດທະນາ ຈຳກັດ (SISAN), ບໍລິສັດ ອີທີແອລ ຈຳກັດ (ETL), ບໍລິສັດ ພລາເນັດ ຄອມພິວເຕີ ຈຳກັດ (Planet), ບໍລິສັດ ລາວເກດເວ ຈຳກັດ (LaoGateway), ບໍລິສັດ ເອສບີແລັບ856 ຈຳກັດ (SBLab), ບໍລິສັດ ແອວໄອທີ ໂຊລູຊັນ ຈຳກັດ ແລະ ມີຜູ້ສະໜັບສະໜູນ ດ້ານສື່ໂຄສະນາຈາກບໍລິສັດ GURU, Blue Grass, Big Blue, LaiLaoLab ແລະ LaoX.ເຂົ້າຮ່ວມພິທີຖະແຫຼງຂ່າວຄັ້ງນີ້ມີ ບັນດາທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກບັນດາກົມ/ທຽບເທົ່າພາຍໃນກະຊວງ, ຕາງໜ້າຈາກກະຊວງອ້ອມຂ້າງ, ບັນດາຜູ້ສະໜັບສະໜູນ, ແຂກທີ່ຖືກເຊີນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

 


ຂໍ້ມູນເພີ່ມຕື່ມ

ເວັບໄຊທ໌: https://www.digitalweek.gov.la
ເພຈເຟສບຸກ: https://www.facebook.com/Laodigitalweek
ຢູທູບ: https://www.youtube.com/@laodigitalweek
ຕິກຕອກ: https://tiktok.com/@laodigitalweek
ອີເມລ: laodigitalweek@mtc.gov.la
ໂທລະສັບ: 020 9964 5656 / 020 2205 5955

 


© 2024 ສັບປະດາດິຈິຕອນລາວ. ສະຫງວນລິຂະສິດ.

 

ຈອງພື້ນທີ່ວາງສະແດງ
ສື່ສັງຄົມອອນລາຍ
ດາວໂຫຼດກາໝາຍ