ສັບປະດາດີຈີຕອນລາວ 2026

ງານສັບປະດາດີຈີຕອນປີ 2026 ນີ້ແມ່ນຖືກຈັດຂຶ້ນພາຍໃຕ້ຄຳຂວັນ: ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ ແລະ ຂັບເຄື່ອນນະວັດຕະກໍາ ກ້າວສູ່ຍຸກປັນຍາປະດິດ. 


Lao Digital Week 2026 ເປັນງານວາງສະແດງ ແລະ ເວທີສົນທະນາດ້ານເຕັກໂນໂລຊີລະດັບຊາດທີ່ສຳຄັນເພື່ອເປັນເວທີໃຫ້ພາກລັດ, ພາກທຸລະກິດ, ຄູ່ຮ່ວມມືສາກົນ, ນັກພັດທະນາ, ສະຖາບັນການສຶກສາ ແລະ ປະຊາຊົນໄດ້ແລກປ່ຽນບັນດານະໂຍບາຍ, ນຳສະເໝີນະວັດຕະກຳ ແລະ ສ້າງຄູ່ຮ່ວມມືດ້ານດີຈີຕອນ, ຂັບເຄືອນການຫັນເປັນລັດຖະບານດີຈີຕອນ ແລະ ເສດຖະກິດ-ສັງຄົມດີຈີຕອນ ຂອງ ສປປ ລາວ, ພັດທະນາກຳລັງແຮງງານດີຈີຕອນ ແລະ ເປີດໂອກາດ້ານອາຊີບໃຫ້ໄວໜຸ່ມ, ເຊື່ອມໂຍງຜູ້ຕັດສິນໃຈ, ຜູ້ຊື້, ນັກລົງທຶນ ແລະ ຜູ້ສະໜອງເຕັກໂນໂລຊີຜ່ານ B2B Matching, ຍົກລະດັບນະວັດຕະກຳລາວ ແລະ ສ້າງເວທີໃຫ້ Startup/SMEs ໄດ້ທົດລອງຕະຫຼາດ, ສົ່ງເສີມການນຳໃຊ້ປັນຍາປະດິດ (AI), Cybersecurity, Cloud Computing, Big Data, Blockchain, IoT ແລະ Industry 4.0 ໃນພາກສ່ວນຕ່າງໆ.

ຂໍ້ມູນຕິດຕໍ່

ທ່ານ ນາງ ສິລິພອນ ສີແສງຈັນ

ສະມາຄົມໄອຊີທີ ແລະ ດີຈີຕອນ ລາວ

ທ່ານ ນາງ ໃຈແກ້ວ ລີ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

EMAIL
FACEBOOK
YOUTUBE
TIKTOK
ເລື່ອນຂຶ້ນເທິງ