ຈະເປັນແນວໃດ? ຖ້າຫຸ່ນຍົນສາມາດຊ່ວຍເຮົາເຮັດວຽກ, ອຸປະກອນການແພດສາມາດຊ່ວຍຍົກລະດັບການດູແລສຸຂະພາບ ແລະ IoT ສາມາດເຊື່ອມຕໍ່ສິ່ງຕ່າງໆຫຼາຍກວ່າທີ່ຄິດ 
ມາຮ່ວມຄົ້ນຫາບົດບາດຂອງ IoT, Robotics ແລະ Medical Devices ພ້ອມເປີດມຸມມອງໃໝ່ກ່ຽວກັບການພັດທະນານະວັດຕະກຳ ແລະ ໂອກາດໃນການຍົກລະດັບຂີດຄວາມສາມາດດ້ານດິຈິຕອນຂອງລາວ
Mr. Ken Streutker
CEO, The Makerbox Lao
ຮູ້ບໍ່ວ່າ? ເຕັກໂນໂລຊີອາວະກາດບໍ່ໄດ້ມີພຽງແຕ່ການສຳຫຼວດຈັກກະວານ ແຕ່ຍັງສາມາດສ້າງໂອກາດໃໝ່ໆໃຫ້ກັບທຸລະກິດ ແລະ ເສດຖະກິດດິຈິຕອນອີກດ້ວຍ!
Peter Heping Huang
LEO Sat Broadband
ທີ່ຈະມາເປີດມຸມມອງໃໝ່ ກ່ຽວກັບການເຕີບໂຕຂອງອຸດສາຫະກຳອາວະກາດ ແລະ ໂອກາດທາງທຸລະກິດໃນຍຸກດິຈິຕອນ.
“ການເຕີບໂຕຂອງທຸລະກິດດ້ານອາວະກາດ ແລະ ໂອກາດໃໝ່ສຳລັບເສດຖະກິດດິຈິຕອນ”
ເມື່ອ AI ກາຍເປັນຫົວໃຈສຳຄັນຂອງຍຸກດິຈິຕອນ ກົດໝາຍ ແລະ ຍຸດທະສາດຈຶ່ງມີບົດບາດສຳຄັນບໍ່ໜ້ອຍໄປກວ່າເຕັກໂນໂລຊີ!
Ms. Dinh Thi Linh Huong
Ministry of Science and Technology, Vietnam
ທີ່ຈະມາແບ່ງປັນທິດທາງການພັດທະນາ AI ຂອງຫວຽດນາມ.
“ກົດໝາຍປັນຍາປະດິດ (AI) ແລະ ຍຸດທະສາດແຫ່ງຊາດດ້ານ AI ຂອງຫວຽດນາມ ຮອດປີ 2030 ແລະ ວິໄສທັດໃນອະນາຄົດ”
ລະບົບຊຳລະເງິນແບບທັນທີ (Real-Time Payment) ກຳລັງມີບົດບາດສຳຄັນໃນການຍົກລະດັບທຸລະກິດ ແລະ ຂັບເຄື່ອນເສດຖະກິດດິຈິຕອນ ຜ່ານການຊຳລະເງິນທີ່ສະດວກ ວ່ອງໄວ ແລະ ມີປະສິດທິພາບ.
Mr. Lim Heng Hai Group
CEO of TechCreate Group
ທີ່ຈະມາແບ່ງປັນມຸມມອງກ່ຽວກັບອະນາຄົດຂອງລະບົບຊຳລະເງິນ ແລະ ໂອກາດໃໝ່ໆທາງເສດຖະກິດ.
“Real-Time Payment and its Impact on Digital Economy”
ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່ AI ກໍສາມາດເປັນຕົວຊ່ວຍສຳຄັນ ທັງດ້ານການຕະຫຼາດ, ການບໍລິຫານ ແລະ ການສ້າງໂອກາດໃໝ່ໆໃຫ້ທຸລະກິດ.
ທ່ານ ວິບູນ ສິດທິມໍລະດາ
ຮອງປະທານສະມາຄົມນັກທຸລະກິດໜຸ່ມລາວ
ທີ່ຈະມາແບ່ງປັນມຸມມອງກ່ຽວກັບການນຳໃຊ້ AI ເພື່ອຍົກລະດັບທຸລະກິດລາວ.
“Transform Your Business with AI – ປັບທຸລະກິດດ້ວຍ AI”
Dr. Akalak Yimwilai
CEO & Founder, Ocean Sky Network Co., Ltd.
ທີ່ຈະມາແບ່ງປັນແນວຄິດ ແລະ ວິທີການນຳໃຊ້ AI ເພື່ອຍົກລະດັບການຕະຫຼາດໃນຍຸກດິຈິຕອນ.
“ນຳໃຊ້ AI ແລະ ຂໍ້ມູນ ເພື່ອວາງແຜນການຕະຫຼາດໃຫ້ແມ່ນຍຳ, ເຂົ້າໃຈລູກຄ້າຫຼາຍຂຶ້ນ ແລະ ຊ່ວຍໃຫ້ທຸລະກິດເຕີບໂຕ”
ເມື່ອ AI ສາມາດຊ່ວຍຈັດການການຊຳລະເງິນໄດ້ ອະນາຄົດຂອງລະບົບການເງິນຈະປ່ຽນໄປແນວໃດ?
ຈາກການຊຳລະເງິນແບບດັ້ງເດີມ ສູ່ຍຸກທີ່ AI Agent ສາມາດຊ່ວຍດຳເນີນທຸລະກຳໄດ້ຢ່າງອັດຕະໂນມັດ ເຕັກໂນໂລຊີ Agentic Payments ກຳລັງເປີດມຸມມອງໃໝ່ໃຫ້ກັບອະນາຄົດຂອງການເງິນດິຈິຕອນ. ![]()
ພົບກັບ Keynote ທີ່ໜ້າສົນໃຈໃນງານ Lao Digital Week 2026
ທ່ານ ວິຣະສັກ ວິຣະວົງ
ຜູ້ອຳນວຍການ ບໍລິສັດ ບິດຄິກ ສູນຊື້ຂາຍຊັບສິນດິຈິຕອນ
ຫົວຂໍ້: ລະບົບການເງິນໃນຍຸກເອໄອ (Agentic Payments)
ຮ່ວມຮຽນຮູ້ວ່າ AI Agent ຈະມີບົດບາດແນວໃດໃນການຊຳລະເງິນ ແລະ ທຸລະກິດຄວນກຽມພ້ອມແນວໃດ ເພື່ອຮັບມືກັບການປ່ຽນແປງນີ້!
⸻
ນາງ ໃຈແກ້ວ ລີ (ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ)
ໂທ: +856 20 2949 2859 | ອີເມວ: Chaikeo@mtc.gov.la
ນາງ ສິລິພອນ ສິແສງຈັນ (ສະມາຄົມ ໄອຊີທີ ແລະ ດິຈິຕອນລາວ)
ໂທ: +856 20 5625 1684 | ອີເມວ: info@lida.la
















































