ເປັນຫຍັງທ່ານຈື່ງຄວນລົງທະບຽນທຸລະກິດຂອງທ່ານ?

ຖານຂໍ້ມູນຈັບຄູ່ທຸລະກິດ (Business Matching Directory) ຂອງງານ ສັບປະດາດີຈີຕອນລາວ 2026 ແມ່ນຂົວຕໍ່ສຳຄັນທີ່ເຊື່ອມໂຍງ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ທຸລະກິດສະຕາດອັບ (Startup), ນັກລົງທຶນລະດັບພາກພື້ນ ແລະ ພາກທຸລະກິດຂະໜາດໃຫຍ່ ເຂົ້າຫາກັນຢ່າງຄົບວົງຈອນ.

ສ້າງໂອກາດທາງທຸລະກິດໂດຍກົງ: ໝົດບັນຫາເລື່ອງການຕິດຕໍ່ຫາຄູ່ຮ່ວມມືແບບບໍ່ມີຈຸດໝາຍ ດ້ວຍການນັດໝາຍເຈລະຈາທຸລະກິດແບບ 1 ຕໍ່ 1 ລ່ວງໜ້າ ກັບຜູ້ບໍລິຫານ ທີ່ກຳລັງຊອກຫາຄູ່ຮ່ວມດ້ານເຕັກໂນໂລຊີ, ການຄ້າແບບ B2B ແລະ ທຶນຮອນເພື່ອການພັດທະນາ.

ເພີ່ມການຮັບຮູ້ ແລະ ຄວາມໜ້າເຊື່ອຖືໃຫ້ກັບແບຣນ: ໂປຣໄຟບໍລິສັດຂອງທ່ານຈະຖືກບັນຈຸເຂົ້າໃນຖານຂໍ້ມູນທຸລະກິດ ສົ່ງເຖິງຄະນະ ຜູ້ບໍລິຫານ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໂດຍຕົງ.

ລະບົບຈັບຄູ່ທີ່ຖືກຕ້ອງ ແລະ ກົງເປົ້າໝາຍ: ລະບົບຂອງພວກເຮົາ ຈະຊ່ວຍຈັບຄູ່ຜະລິດຕະພັນ ແລະ ການບໍລິການຂອງທ່ານ ໃຫ້ກົງກັບຄວາມຕ້ອງການຂອງຄູ່ຮ່ວມມືຢ່າງແທ້ຈິງ.

ເຂົ້າຮ່ວມເຄືອຂ່າຍລະບົບນິເວດດີຈີຕອນແບບຟຣີ 100%. ນຳສະເໜີທຸລະກິດຂອງທ່ານເຂົ້າສູ່ເວທີນະວັດຕະກໍາດິຈິຕອນຊັ້ນນໍາຂອງ ສປປ ລາວ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ.

ລົງທະບຽນພົບປະນັກທຸລະກິດໃນງານ ສັບປະດາດີຈີຕອນລາວ ປະຈຳປີ 2026









    ເລື່ອນຂຶ້ນເທິງ